ທ່ານເຈີ່ນແທງເມີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ອວຍພອນພະນັກງານ ຂະແໜງສາທາລະນະສຸກເນື່ອງໃນໂອກາດວັນແພດໝໍ ຫວຽດນາມ

Chia sẻ
(VOVWORLD) -ເນື່ອງໃນໂອກາດ ສະເຫຼີມສະຫຼອງ 64ປີແຫ່ງ ວັນແພດໝໍ ຫວຽດນາມ ຄື ວັນທີ 27 ກຸມພາ, ໃນວັນທີ 26 ກຸມພາ, ທ່ານ ເຈີ່ນແທງເມີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ໄດ້ລົງຢ້ຽມຢາມ ແລະ ອວຍພອນຢູ່ສະຫະສະມາຄົມແພດສາດ ຫວຽດນາມ ແລະ ໂຮງໝໍ K.
ທ່ານເຈີ່ນແທງເມີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ອວຍພອນພະນັກງານ ຂະແໜງສາທາລະນະສຸກເນື່ອງໃນໂອກາດວັນແພດໝໍ ຫວຽດນາມ - ảnh 1 ທ່ານ ເຈີ່ນແທງເມີນ ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມມອບຂອງຂັວນໃຫ້ແກ່ ສະຫະສະມາຄົມແພດສາດ ຫວຽດນາມ.

ຢູ່ທີ່ ສະຫະສະມາຄົມແພດສາດ ຫວຽດນາມ, ທ່ານເຈີ່ນແທງເມີນ ຫວັງວ່າ ຈະສືບຕໍ່ຜັນຂະຫຍາຍ, ຢັ້ງຢືນທີ່ຕັ້ງບົດບາດທີ່ເປັນອົງການຈັດຕັ້ງ ສັງຄົມ - ອາຊີບ, ຜູ້ຕາງໜ້າຂອງບັນດາບັນຍາຊົນທີ່ດີເດັ່ນຂອງຂະແໜງສາທາລະນະສຸກ.

ເມື່ອລົງຢ້ຽມຢາມ ແລະ ອວຍພອນພະນັກງານ, ແພດໝໍຢູ່ໂຮງໝໍ K ສູນກາງ, ທ່ານ ເຈີ່ນແທງເມີນໄດ້ສົ່ງຄຳອວຍພອນທີ່ດີທີ່ສຸດເຖິງຖັນແຖວແພດໝໍ, ພະນັກງານ, ພາລະກອນຂອງໂຮງໝໍ ເຊິ່ງຍາມໃດກໍ່ມານະພະຍາຍາມຈົນສຸດຄວາມສາມາດຂອງຕົນ, ເພື່ອສຸຂະພາບຂອງປະຊາຊົນ.

ຕອບກັບ