ທ່ານເຈີ່ນດ້າຍກວາງປະທານປະເທດຕ້ອນຮັບທ່ານ ສາດສະດາຈານJohn A.Quelch

Chia sẻ
(vovworld) - ຕອນ​ບ່າຍ​ວັນ​ທີ 27/7, ທີ່ສຳນັກງານປະທານປະເທດ, ທ່ານ ​ເຈີ່ນດ້າຍ​ກວາງ ປະທານ​ປະ​ເທດ ​ໄດ້​​ໃຫ້​ການຕ້ອນຮັບ​ ທ່ານ ສາດສະດາຈານ John A.Quelch ​ເນື່ອງ​ໃນ​ໂອກາດ ທ່ານ ສາດສະດາຈານມາ​ຫວຽດນາມ ​ເຂົ້າ​ຮ່ວມ​ເວທີ​ປາ​​ໄສ​ຫວຽດນາມ CEO Summit 2016
ທ່ານເຈີ່ນດ້າຍກວາງປະທານປະເທດຕ້ອນຮັບທ່ານ ສາດສະດາຈານJohn A.Quelch  - ảnh 1
ທ່ານ ​ເຈີ່ນດ້າຍ​ກວາງ ປະທານ​ປະ​ເທດ ​
ຕ້ອນຮັບ​ ທ່ານ ສາດສະດາຈານ John A.Quelch

(vovworld) - ຕອນ​ບ່າຍ​ວັນ​ທີ 27/7, ທີ່ສຳນັກງານປະທານປະເທດ, ທ່ານ ​ເຈີ່ນດ້າຍ​ກວາງ ປະທານ​ປະ​ເທດ ​ໄດ້​​ໃຫ້​ການຕ້ອນຮັບ​ ທ່ານ ສາດສະດາຈານ John A.Quelch ​ເນື່ອງ​ໃນ​ໂອກາດ ທ່ານ ສາດສະດາຈານມາ​ຫວຽດນາມ ​ເຂົ້າ​ຮ່ວມ​ເວທີ​ປາ​​ໄສ​ຫວຽດນາມ CEO Summit 2016. ປັດຈຸບັນ ທ່ານ ສາດສະດາຈານ John A.Quelch ​ແມ່ນ ສາດສະດາຈານຂະ​ແໜງການ​ຄຸ້ມ​ຄອງ​​ທຸລະ​ກິດ, ​ໂຮງຮຽນ ​ທຸລະ​ກິດ Harvard, ອາ​ເມ​ລິກາ, ​ແມ່ນນັກຊ່ຽວຊານ​ແຖວໜ້າ​ໃນ​ຂົງ​ເຂດ marketing ເຄື່ອງໝາຍການຄ້າ, ​ທັງ​ແມ່ນຜູ້​ທີ່ມີ​ຄວາມ​ສົນໃຈ​, ສະໜິດຕິດ​ພັນ​ກັບ​ຫວຽດນາມມາຫຼາຍປີ. ທ່ານ ​ເຈີ່ນດ້າຍ​ກວາງ ປະທານ​ປະ​ເທດອວຍພອນ ທ່ານ ສາດສະດາຈານ John A.Quelch ຫາ​ກໍ່ໄດ້​ຮັບໃບ​ຍ້ອງຍໍ​ຈາກຄະນະກຳມະການປະຊາຊົນ ​ແຂວງ ​ແຄ໋ງຮ່ວາ ​​​ຍ້ອນ​ມີ​ການ​ປະກອບສ່ວນ​ຊຸກຍູ້​ການພັດທະນາຂອງ​ນະ​ຄອນ ຍາ​ຈາງ ກໍ່ຄື​ປະກອບສ່ວນ​ໃນ​ການພົວພັນ​ມິດຕະພາບ​ລະຫວ່າງ ນະຄອນ ຍາ​ຈາງ ​ແລະ ນະຄອນ Boston, ອາ​ເມ​ລິ​ກາ. ພ້ອມ​ທັງຕີ​ລາຄາ​ສູງ ການ​ຮ່ວມ​ມື ​ແລະ ບັນດາການ​ປະກອບສ່ວນ ຂອງ ທ່ານ ສາດສະດາຈານ ຕໍ່ບັນດາອົງການ, ທ້ອງ​ຖິ່ນ ​ແລະ ວິ​ສາ​ຫະກິດ​ຫວຽດນາມ ​ໃນ​ໄລຍະ​ຜ່ານ​ມາ. ທ່ານ ​ເຈີ່ນດ້າຍ​ກວາງ ປະທານ​ປະ​ເທດສະ​ເໜີໃຫ້ ທ່ານ ສາດສະດາຈານ John A.Quelch ດ້ວຍ​ບົດຮຽນ​ຂອງ​ຕົນ​ກ່ຽວກັບການ​ສ້າງ​ເຄື່ອງໝາຍການ​ຄ້າ​ແຫ່ງ​ຊາດ, ພ້ອມກັບຖັນ​ແຖວ​ບັນ​ດາ​ນັກ​ຊ່ຽວຊານ, ​ປັນຍາ​ຊົນສາກົນຕ່າງໆ, ສືບຕໍ່ໜູນຊ່ວຍ​ຫວຽດນາມ​ໂຄສະນາ​ເຜີຍ​ແຜ່​ພາບ​ພົດ​ປະ​ເທດ​ຊາດ, ພ້ອມ​ກັບ​ບັນດາ​ນັກ​ສ່ຽວ​ຊານ​ຫວຽດນາມ​ເພີ່ມ​ທະວີ​ການ​ຮ່ວມ​ມື, ​ແບ່ງປັນ​ບົດຮຽນ, ຄົ້ນຄວ້າ, ສະເໜີຂໍ້​ລິ​ເລີ່​ມ ​ໃນ​ບັນດາຂົງ​ເຂດທີ່​ກ່ຽວຂ້ອງເຖິງການ​ພັດທະນາ​ແບບ​ຍືນ​ຍົງ ​ແລະ  ເຊື່ອມໂຍງ​​ເຂົ້າ​ກັບ​ເສດຖະກິດສາກົນ.

        ຂໍ​ສະ​ແດງ​ຄວາມຂອບ​ອົກ​ຂອບ​ໃຈ ທ່ານ ​ເຈີ່ນດ້າຍ​ກວາງ ປະທານ​ປະ​ເທດ ​ໄດ້​ສະຫງວນ​ເວລາ​ຕ້ອນຮັບ, ທ່ານ ສາດສະດາຈານ John A.Quelch ຢືນຢັນວ່າ ຈະ​ສືບຕໍ່ມານະ​ພະ​ຍາ​ຍາມ​ຮ່ວມ​ມື​ກັບ​ບັນດາ​ອົງການ, ວິ​ສາ​ຫະກິດ​ຫວຽດນາມ, ​ແລກປ່ຽນກ່ຽວກັບ​ບັນດາ​ປະສົບ​ການ​ ສາກົນ​ໃນ​ຂົງ​ເຂດ ໂຄສະນາ​ເຜີຍ​ແຜ່​ເຄື່ອງໝາຍການ​ຄ້າ, ພາບ​ພົດ​ຂອງຫວຽດນາມ​ຕໍ່ ເພື່ອນມິດສາກົນ.