ທ່ານຮອງປະທານສະພາແຫ່ງຊາດ ເຈິ່ງກວາງເຟືອງ ພົບປະກັບທ່ານເລຂາທິການໃຫຍ່ IPU

Chia sẻ
(VOVWORLD) - ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ສະແດງຄວາມປາດຖະໜາວ່າ, ທ່ານ Martin Chungong ຈະສືບຕໍ່ສະໜັບສະໜູນ ຫວຽດນາມ ເປັນເຈົ້າພາບຈັດເຫດການສຳຄັນຂອງ IPU ຈຳນວນໜຶ່ງ
ທ່ານຮອງປະທານສະພາແຫ່ງຊາດ ເຈິ່ງກວາງເຟືອງ ພົບປະກັບທ່ານເລຂາທິການໃຫຍ່ IPU - ảnh 1ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ພົບປະກັບທ່ານເລຂາທິການໃຫຍ່ສະຫະພັນລັດຖະສະພາໂລກ (IPU) Martin Chungong
(ພາບ: quochoitv.vn)

        ຢູ່ນອກກອງປະຊຸມສະມັດຊາໃຫຍ່ສະຫະປະຊາຊາດໂລກ IPU 148, ຈັດຂຶ້ນຢູ່ ເຊີແນວ, ປະເທດ ສະວິດ, ຕອນບ່າຍວັນທີ 26 ມີນາ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ, ຫົວໜ້າຄະນະຜູ້ຕາງໜ້າສະພາແຫ່ງຊາດ ຫວຽດນາມ ໄດ້ພົບປະກັບທ່ານເລຂາທິການໃຫຍ່ສະຫະພັນລັດຖະສະພາໂລກ (IPU) Martin Chungong.

        ທີ່ການເຮັດວຽກ, ທ່ານຮອງປະທານສະພາແຫ່ງຊາດ ເຈິ່ນກວາງເຟືອງ ສະແດງຄວາມປາດຖະໜາວ່າ, ທ່ານ Martin Chungong ຈະສືບຕໍ່ສະໜັບສະໜູນ ຫວຽດນາມ ເປັນເຈົ້າພາບຈັດເຫດການສຳຄັນຂອງ IPU ຈຳນວນໜຶ່ງ, ໂດຍສະເພາະແມ່ນບັນດາກອງປະຊຸມບັນດາປະທານລັດຖະສະພາ/ສະພາແຫ່ງຊາດໂລກ. ທ່ານສະເໜີໃຫ້ທ່ານເລຂາທິການໃຫຍ່ສືບຕໍ່ເອົາໃຈໃສ່ຊຸກຍູ້, ເພີ່ມທະວີການເຊື່ອມຕໍ່ລະຫວ່າງສະພາແຫ່ງຊາດ ຫວຽດນາມ ກັບບັນດາການເຄື່ອນໄຫວຂອງ IPU.

        ສ່ວນທ່ານເລຂາທິການໃຫຍ່ IPU, Martin Chungong ຕີລາຄາສູງການປະກອບສ່ວນຂອງ ຫວຽດນາມ ສຳລັບການເຄື່ອນໄຫວຂອງ IPU, ໃນນັ້ນທີ່ IPU 148, ຄະນະຜູ້ແທນສະພາແຫ່ງຊາດ ຫວຽດນາມ ໄດ້ເຂົ້າຮ່ວມຢ່າງຕັ້ງໜ້າຢູ່ບັນດາວາລະປຶກສາຫາລື ແລະ ທ່ານຮອງປະທານສະພາແຫ່ງຊາດ ໄດ້ມີບົດກ່າວປາໄສຍົກອອກຫຼາຍຂໍ້ສະເໜີແນະ, ປະກອບສ່ວນຊຸກຍູ້ການເຄື່ອນໄຫວການທູດລັດຖະສະພາ.

ຕອບກັບ