ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຈິ້ງ​ດິ່ງ​ຢຸງ ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ອົດ​ສະ​ຕາລີ

Chia sẻ
(VOVWORLD) -  ໂດຍໄດ້ຮັບຄໍາເຊື້ອເຊີນຂອງລັດຖະບານ ອົດສະຕາລີ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ໄດ້ເລີ່ມຕົ້ນການຢ້ຽມຢາມ ແລະ ເຮັດວຽກຢູ່ອົດສະຕາລີ ໃນລະຫວ່າງວັນທີ 24 – 27 ພະຈິກ 2019. ວັນທີ 25 ພະຈິກ, ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ໄດ້ເຂົ້າຢ້ຽມຂໍ່ານັບທ່ານນາຍົກລັດຖະມົນຕີ Scott Morrison ແລະ ພົບປະເຈລະຈາກັບທ່ານຮອງນາຍົກລັດຖະມົນຕີ ອົດສະຕາລີ, Michael McCormack.
ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຈິ້ງ​ດິ່ງ​ຢຸງ ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ອົດ​ສະ​ຕາລີ - ảnh 1ທ່ານຮອງນາຍົກລັດຖະມົນຕີ ຈິ້ງດິ່ງຢຸງ ເຂົ້າຢ້ຽມຂໍ່ານັບທ່ານນາຍົກລັດຖະມົນຕີ Scott Morrison  (ພາບ: VGP)

        ເມື່ອເຂົ້າຢ້ຽມຂໍ່ານັບທ່ານນາຍົກລັດຖະມົນຕີ Scott Morrison, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ໄດ້ຢໍ້າຄືນຄໍາໝັ້ນສັນຍາລະຫວ່າງການນໍາສອງປະເທດ ແມ່ນເພື່ອແນໃສ່ຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດ ແລະ ການຮ່ວມມືຮອບດ້ານໃນທຸກຂົງເຂດ. ກ່ຽວກັບບັນຫາຂອງພາກພື້ນ ແລະ ສາກົນ, ການນໍາສອງທ່ານ ໄດ້ເຫັນດີເພີ່ມທະວີການຮ່ວມມືໃນບັນດາເວທີປາໄສຫຼາຍຝ່າຍໃຫ້ຫຼາຍກວ່າອີກ, ແບ່ງປັນຫຼັກໝັ້ນ ແລະ ສົມທົບກັນຊຸກຍູ້ສັນຕິພາບ, ສະຖຽນລະພາບ ຢູ່ທະເລຕາເວັນອອກ ບົນພື້ນຖານເຄົາລົບກົດໝາຍສາກົນ.

ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຈິ້ງ​ດິ່ງ​ຢຸງ ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ອົດ​ສະ​ຕາລີ - ảnh 2ການພົບປະເຈລະຈາລະຫວ່າງສອງຝ່າຍ (ພາບ: VGP)

        ສ່ວນໃນການພົບປະເຈລະຈາ, ທ່ານຮອງນາຍົກລັດຖະມົນຕີຫວຽດນາມ ຈິ້ງດິ່ງຢຸງ ແລະ ທ່ານຮອງນາຍົກລັດຖະມົນຕີ ອົດສະຕາລີ Michael McCormack ໄດ້ແລກປ່ຽນກ່ຽວກັບການພົວພັນສອງຝ່າຍ ແລະ ບັນດາບັນຫາຂອງພາກພື້ນ ແລະ ສາກົນ ເຊິ່ງຕ່າງຝ່າຍຕ່າງມີຄວາມສົນໃຈຢ່າງເລິກເຊິ່ງກວ້າງຂວາງ. ຮອງນາຍົກລັດຖະມົນຕີສອງທ່ານ ຢັ້ງຢືນວ່າ ຈະສົມທົບກັນຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງການນໍາສອງປະເທດໄດ້ລົງນາມນໍາກັນ ແລະ ໝາກຜົນທີ່ບັນລຸໄດ້ໃນການຢ້ຽມຢາມຫວຽດນາມຢ່າງເປັນທາງການຂອງທ່ານນາຍົກລັດຖະມົນ Scott Morrison ເມື່ອເດືອນ ສິງຫາ 2019 ຜ່ານມາ ໃຫ້ມີປະສິດທິຜົນ.

        ທ່ານຮອງນາຍົກລັດຖະມົນຕີ ອົດສະຕາລີ Michael McCormack ຢັ້ງຢືນວ່າ ສ້າງຄວາມສະດວກໃຫ້ການເປີດຫຼາຍສາຍການບິນໂດຍກົງລະຫວ່າງສອງປະເທດຕື່ມອີກ. ພ້ອມທັງໃຫ້ຄໍາໝັ້ນສັນຍາວ່າ ຈະສືບຕໍ່ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຫວຽດນາມທີ່ດໍາລົງຊີວິດ, ເຮັດວຽກ ແລະ ຮໍ່າຮຽນຢູ່ ອົດສະຕາລີ.

ຕອບກັບ