ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໋າຍ ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍວຽກງານສາທາລະນະສຸກປີ 2024

Chia sẻ
(VOVWORLD) - ສ້າງສຳເລັດເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດປັບປຸງກົດໝາຍວ່າດ້ວຍການຢາ, ກົດໝາຍວ່າດ້ວຍປະກັນສຸຂະພາບ. ພິເສດ, ແມ່ນສືບຕໍ່ບູລະນະສັບຊ້ອນໂຄງຮ່າງການຈັດຕັ້ງຂອງບັນດາຫົວໜ່ວຍຕາມທິດກະທັດລັດ, ມີຜົນສັກສິດ, ມີປະສິດທິຜົນ...
ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໋າຍ ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍວຽກງານສາທາລະນະສຸກປີ 2024 - ảnh 1ກອງປະຊຸມຜັນຂະຫຍາຍວຽກງານຂອງຂະແໜງສາທາລະນະສຸກ ປີ 2024
(ພາບ:VOV)

ຕອນເຊົ້າວັນທີ 9 ມັງກອນ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນທີ່ກອງປະຊຸມຜັນຂະຫຍາຍວຽກງານສາທາລະນະສຸກປີ 2024, ທ່ານຮອງນາຍົກລັດຖະມົນຕີ ເລມິງຄ໋າຍ ສະເໜີໃຫ້ກະຊວງສາທາລະນະສຸກ ສືບຕໍ່ຍູ້ແຮງການສ້າງສຳເລັດລະບອບ, ກົນໄກ, ນະໂຍບາຍສາທາລະນະສຸກ. ໃນນັ້ນ, ສຸມໃສ່ສ້າງ ແລະ ປະກາດໃຊ້ບັນດາເອກະສານແນະນຳກົດໝາຍວ່າດ້ວຍການກວດ, ປິ່ນປົວພະຍາດ (ສະບັບປັບປຸງ). ສ້າງສຳເລັດເພື່ອຍື່ນສະເໜີຕໍ່ສະພາແຫ່ງຊາດປັບປຸງກົດໝາຍວ່າດ້ວຍການຢາ, ກົດໝາຍວ່າດ້ວຍປະກັນສຸຂະພາບ. ພິເສດ, ແມ່ນສືບຕໍ່ບູລະນະສັບຊ້ອນໂຄງຮ່າງການຈັດຕັ້ງຂອງບັນດາຫົວໜ່ວຍຕາມທິດກະທັດລັດ, ມີຜົນສັກສິດ, ມີປະສິດທິຜົນ; ຍົກສູງປະສິດທິຜົນການລະດົມ ແລະ ນຳໃຊ້ບັນດາແຫຼ່ງກຳລັງລົງທຶນໃຫ້ຂະແໜງສາທາລະນະສຸກ, ພິເສດແມ່ນແບບວິທີຄູ່ຮ່ວມມືພາກລັດ - ເອກະຊົນ, ຍູ້ແຮງການເປັນເຈົ້າການທີ່ບັນດາຮາກຖານສາທາລະນະສຸກພາກລັດ ແລະ ພັດທະນາສາທາລະນະສຸກພາກເອກະຊົນ…

ຕອບກັບ