ທ່ານຮອງນາຍົກລັດຖະມົນຕີ ຮ່ວາງຈູງຫາຍ ຕ້ອນຮັບຮອງປະທານທະນາຄານໂລກ

Chia sẻ
ວັນ​ທີ 20/2, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ຫວຽດນາມ ຮ່ວາງ​ຈູງ​ຫາຍ ​ໄດ​້​ໃຫ້ການ​ຕ້ອນຮັບ​ທ່ານ​ຮອງ​ປະທານ​ທະນາຄານ​ໂລກ (ຫຼື WB) Michel Wormser ​ເພື່ອ​ແນ​ໃສ່​ແລກປ່ຽນ​ວຽກ​ງານ​ຄ້ຳກັນ​ຂອງ MIGA
ທ່ານຮອງນາຍົກລັດຖະມົນຕີ  ຮ່ວາງຈູງຫາຍ ຕ້ອນຮັບຮອງປະທານທະນາຄານໂລກ - ảnh 1
ທ່ານຮອງນາຍົກລັດຖະມົນຕີ  ຮ່ວາງຈູງຫາຍ ຕ້ອນຮັບຮອງປະທານທະນາຄານໂລກ
(ພາບ: baodientu.chinhphu.vn)

(vovworld) - ​​ວັນ​ທີ 20/2, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ຮອງ​ນາຍົກ​ລັດຖະມົນຕີ​ຫວຽດນາມ ຮ່ວາງ​ຈູງ​ຫາຍ ​ໄດ​້​ໃຫ້ການ​ຕ້ອນຮັບ​ທ່ານ​ຮອງ​ປະທານ​ທະນາຄານ​ໂລກ (ຫຼື WB) Michel Wormser ​ເພື່ອ​ແນ​ໃສ່​ແລກປ່ຽນ​ວຽກ​ງານ​ຄ້ຳກັນ​ຂອງ MIGA - ອົງການຄ້ຳປະກັນ​ລົງທຶນ​ຫຼາຍ​ຝ່າຍ​ເຊິ່ງ​ແມ່ນ 1 ​ໃນ 5 ອົງການ​ຂອງ​ກຸ່ມ​ທະນາຄານ​ໂລກ) ​ໃຫ້​ແກ່​ບັນດາ​ໂຄງການ​ຢູ່ ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຮ່ວາງ​ຈູງ​ຫາຍ ​ເນັ້ນ​ໜັກ​ວ່າ: ລັດຖະບານ ຫວຽດນາມ ສະໜັບ​ສະ​ໜູນ​ບັນດາ​ຂໍ້​ສະ​ເໜີ​ ກ່ຽວ​ກັບ​ເລື່ອງ MIGA ຄ້ຳປະກັນ​ໃຫ້​ແກ່​ໂຄງການ “​ເສັ້ນທາງ​ດ່ວນ ຮ່າ​ໂນ​້ຍ - ຫາຍ​ຟ່ອງ” ​ແລະ ​ໂຄງການ “​ເປີ​ດກ້ວາງ​ທາງຫຼວງ​​ເລກທີ 20”. ນີ້​ແມ່ນ​ບັນດາ​ໂຄງການ​ພັດທະນາ​ພື້ນຖານ​ໂຄງ​ລ່າງ​ທີ່ມີ​ຄວາມ​ສຳຄັນ​ຕໍ່​ພາລະກິດ​ພັດທະນາ​ເສດຖະກິດ​ຂອງ ຫວຽດນາມ. ​ເລື່ອງ​ມີ​ການ​ຄ້ຳປະກັນ​ຂອງ MIGA ຈະ​ປະກອບສ່ວນ​ເພີ່ມ​ທະວີ​ຄວາມ​ໄວ້​ເນື້ອ​ເຊື່ອ​​ໃຈ​​ໃຫ້​​ນັກ​ລົງທຶນ​ເຂົ້າ​ໂຄງການຕ່າງໆ. ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວັງ​ວ່າ MIGA ຈະ​ສະໜອງ​​ການ​ໜູນ​ຊ່ວຍ​ທີ່​ຈຳ​ເປັນ​ເພື່ອ​ໃຫ້​ໂຄງການ “​ເສັ້ນທາງ​ດ່ວນ ຮ່າ​ໂນ້ຍ - ຫາຍ​ຟ່ອງ” ​ໄດ້​ຮັບ​ການ​ປະຕິບັດ​ຢ່າງ​ມີ​ປະສິດທິ​ຜົນ. ຫວຽດນາມ ກໍ່​ໄດ້​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ບັນດາ​ນະ​ໂຍບາຍ​ກ່ຽວ​ກັບ​ຄວາມ​ປອດ​ໄພ​ດ້ານ​ສິ່ງ​ແວດ​ລ້ອມ, ບັນດາ​ມາດ​ຕະການ​ຍົກ​ສູງ​ກຳລັງ​ຄວາມ​ສາມາດ​ນຳ​ໃຊ້​ເສັ້ນທາງ​ດ່ວນ, ບັນດາ​ມາດ​ຕະການ​ບໍລິຫານ ​ແລະ ຕິດຕາມ​ກວດກາ​ຢ່າງ​ມີ​ປະສິດທິ​ຜົນ.