ທ່ານຮອງນາຍົກລັດຖະ ມົນຕີ ຫງວຽນຊວນຝຸກ ຕ້ອນຮັບຜູ້ປຶກສາໂຄງການ ຫວຽດນາມ ຂອງມະຫາວິທະຍາໄລ Harvard

Chia sẻ
(vovworld) – ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຝຸກ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ ສາດສະດາຈານ Thomas Valleily ​ແລະ ​ໂຄງການການ​ນຳ​ຄຸ້ມ​ຄອງ​ຂັ້ນສູງ ຫວຽດນາມ (VELP), ​ເຊີ່ງ​ໄດ້​ຈັດຕັ້ງດ້ວຍ​ຂໍ້​ລິ​ເລີ່​ມຮ່ວມຂອງ​ລັດຖະບານ ຫວຽດນາມ
ທ່ານຮອງນາຍົກລັດຖະ ມົນຕີ ຫງວຽນຊວນຝຸກ ຕ້ອນຮັບຜູ້ປຶກສາໂຄງການ ຫວຽດນາມ ຂອງມະຫາວິທະຍາໄລ Harvard - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຝຸກ ຕ້ອນຮັບ​ສາດສະດາຈານ Thomas Valleily,
ຜູ້​ປຶກສາ​ໂຄງການ ຫວຽດນາມ ຂອງ​ມະຫາ​ວິທະຍາ​ໄລ Harvard
(ພາບ: VGP)


(vovworld) – ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ​ສາດສະດາຈານ Thomas Valleily, ຜູ້​ປຶກສາ​ໂຄງການ ຫວຽດນາມ ຂອງ​ມະຫາ​ວິທະຍາ​ໄລ Harvard ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່ ຫວຽດນາມ ​ໃນ​ຕອນ​ບ່າຍ​ວັນ​ທີ 31/1, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນຊວນ​ຝຸກ ຕີ​ລາຄາ​ສູງ​ບັນດາ​ການ​ປະກອບສ່ວນ​ຂອງ ສາດສະດາຈານ Thomas Valleily ​ແລະ ​ໂຄງການການ​ນຳ​ຄຸ້ມ​ຄອງ​ຂັ້ນສູງ ຫວຽດນາມ(VELP), ​ເຊີ່ງ​ໄດ້​ຈັດຕັ້ງດ້ວຍ​ຂໍ້​ລິ​ເລີ່​ມຮ່ວມຂອງ​ລັດຖະບານ ຫວຽດນາມ, ​ໂຄງການ​ພັດທະນາ​ສະຫະ​ປະຊາ​ຊາດ ​ແລະ ໂຄງການ ຫວຽດນາມ ຢູ່​ມະຫາ​ວິທະຍາ​ໄລ Harvard. ທ່ານ​ຮອງ​ນາຍົກລັດຖະມົນຕີປາດ​ຖະໜາວ່າສາດສະດາຈານ Thomas Valleily ສືບ​ຕໍ່​ປະກອບສ່ວນ​ຊຸກຍູ້​ສາຍ​ພົວພັນ​ລະຫວ່າງ ອາ​ເມ​ລິ​ກາ ​ແລະ ຫວຽດນາມ ​ໃຫ້ນັບ​ມື້ນັບ​ໄດ້​ຮັບ​ການ​ປັບປຸງ, ພັດທະນາ, ພິ​ເສດ​ແມ່ນ​ໃນ​ຂົງ​ເຂດ​ການ​ສຶກສາ - ບຳລຸງ​ສ້າງກວ່າ​ອີກ…. ສາດສະດາຈານ Thomas Valleily ຢືນຢັນ​ຈະ​ເຮັດ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ​ປະກອບສ່ວນ​ຍົກສູງຄຸນ​ນະພາ​ບການ​ສິດສອນ​ກ່ຽວກັບ ຫວຽດນາມ ຢູ່​ບັນດາ​ມະຫາວິທະຍາ​ໄລ​ຂອງ ອາ​ເມ​ລິ​ກາ ​​ແນ​ໃສ່​ເພີ່ມ​ທະວີ​ຊຸກຍູ້​ສາຍ​ພົວພັນ​ຮ່ວມ​ມື​ການ​ໃນ​ສຶກສາ - ບຳລຸງ​ສ້າງ​ລະຫວ່າງ​ສອງ​ປະ​ເທດ.