ທ່ານຮອງນາຍົກ ລັດຖະມົນຕີ ຫງວຽນທ້ຽນເຍີນ ເຮັດວຽກກັບຜູ້ຕາງໜ້າທະນາຄານໂລກ

Chia sẻ
(vovworld) - ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ໄດ້​ຂອບ​ໃຈ​ທະນາຄານ​ໂລກ ທີ່​ໄດ້ອຸປະຖຳ​ໃຫ້​ແກ່​​ໂຄງການ​ນຳ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​​ ...
ທ່ານຮອງນາຍົກ ລັດຖະມົນຕີ ຫງວຽນທ້ຽນເຍີນ ເຮັດວຽກກັບຜູ້ຕາງໜ້າທະນາຄານໂລກ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ
ເຮັດ​ວຽກ​ກັບ​ຜູ້ຕາງໜ້າ​ທະນາຄານ​ໂລກ
(ພາບ: VGP)


(vovworld) - ຕອນ​ບ່າຍ​ວັນ​ທີ 15 ສິງຫາ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ມີ​ການ​ເຮັດ​ວຽກ​ກັບ​ຜູ້ຕາງໜ້າ​ທະນາຄານ​ໂລກ. ທີ່​ການ​ຕ​້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ທ້ຽນ​ເຍີນ ​ໄດ້​ຂອບ​ໃຈ​ທະນາຄານ​ໂລກ ທີ່​ໄດ້ອຸປະຖຳ​ໃຫ້​ແກ່​​ໂຄງການ​ນຳ​ໃຊ້​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​​ເພື່ອຄົນ​ທຸກ​ຍາກ​ຫວຽດນາມ ​ເຊິ່ງຫາ​ກໍ່​ໄດ້​ຮັບ​ການ​ລົງ​ນາມ​ໃນ​ວັນ​ທີ 14 ສິງຫາ, ພິ​ເສດ​ແມ່ນ​ການ​ໜູນ​ຊ່ວຍ​ໃຫ້​ແກ່​ວິ​ສາ​ຫະກິດ​ຂະໜາດ​ກາງ ​ແລະ ນ້ອຍ ລົງທຶນ​ເຂົ້າ​ເຂດ​ເສດຖະກິດ ງີ​ເຊີນ (​ແທງ​ຮ໋ວາ). ​ໂຄງການ​ນີ້ ຈະ​ຊ່ວຍ​ສ້າງ​ວຽກ​ເຮັດ​ງານ​ທຳ​ໃຫ້​ຄົນ​ທຸກ​ຍາກ​ຫຼາຍ​ຄົນ ​ແລະ ສ້າງ​ກາລະ​ໂອກາດ​ພັດທະນາ​ເສດຖະກິດ​ໃຫ້​ທັງ​ພາກ​ກາງຂອງ​ຫວຽດນາມ. ທ່ານ​ຮອງ​ນາຍົກລັດຖະມົນຕີ ສະ​ເໜີ​​ໃຫ້​ທະນາຄານ​ໂລກ ພ້ອມ​ກັບ​ແຂວງ​ແທງ​ຮ໋ວາ ສຸມ​ໃສ່​ການ​ລົງທຶນ​ກໍ່ສ້າງເຮືອນ​ຢູ່​​ໃຫ້​ແກ່​ຄົນ​ງານ​ທີ່​ມີລາຄາ​ຖືກ ກ່ອນ​ທີ່ດຳ​ເນີນກໍ່ສ້າງ​ໂຮງງານ​ໃຫ້​ແກ່​ເຂດ​ເສດຖະກິດ​ນີ້. ​ເນື່ອງ​ໃນ​ໂອກາດ​ນີ້, ທ່ານ​ຮອງ​ນາຍົກລັດຖະມົນຕີ ກໍ່​ສະ​ເໜີ​ໃຫ້​ທະນາຄານ​ໂລກ ຄົ້ນຄວ້າໜຸນ​ຊ່ວຍ​ໃຫ້​ແກ່​ໂຄງການ​ປູກ​ຕົ້ນ​ຢາສະ​ໝູນ​ໄພ 10.000 ​ແຮກ​ຕາ ​ໃຫ້​ແກ່​ປະຊາຊົນບັນດາ​ເຜົ່າສ່ວນ​ໜ້ອຍ ຂອງ 5 ​​ເມືອງ​​ໃນ​ແຂວງ​ຮ່າ​ຢາງ ​ເພື່ອລົບ​ລ້າງ​ຄວາມ​ອຶດຫິວຫຼຸດຜ່ອນ​ຄວາມທຸກ​ຍາກ.