ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ຕ້ອນຮັບຫົວໜ້າອົງການ UNDP ພາກພື້ນ ອາຊີ

Chia sẻ
(VOVWORLD) - ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ຕີລາຄາສູງບົດບາດ, ການປະກອບສ່ວນຂອງອົງການ UNDP ໃນຂົງເຂດລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ເພີ່ມທະວີການບໍລິຫານ, ສ້າງຄວາມສາມາດຟື້ນຟູ...
ທ່ານລັດຖະມົນຕີການຕ່າງປະເທດ ບຸ່ຍແທັງເຊີນ ຕ້ອນຮັບຫົວໜ້າອົງການ UNDP ພາກພື້ນ ອາຊີ - ảnh 1ທ່ານນາງ Kanni Wignaraja ແລະ ທ່ານ ບຸ່ຍແທັງເຊີນ (ພາບ: TTXVN)


ວັນທີ 28 ກໍລະກົດ, ທີ່ການຕ້ອນຮັບທ່ານນາງ Kanni Wignaraja, ຜູ້ຊ່ວຍວຽກເລຂາທິການໃຫຍ່ ສປຊ, ຫົວໜ້າອົງການ ສປຊ ເພື່ອການພັດທະນາ (UNDP) ປະຈຳພາກພື້ນອາຊີ ທີ່ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸ່ຍແທັງເຊີນ ໄດ້ຕີລາຄາສູງບົດບາດ, ການປະກອບສ່ວນຂອງອົງການ UNDP ໃນຂົງເຂດລົບລ້າງຄວາມອຶດຫິວ, ຫລຸດຜ່ອນຄວາມທຸກຍາກ, ເພີ່ມທະວີການບໍລິຫານ, ສ້າງຄວາມສາມາດຟື້ນຟູ, ມຸ່ງໄປເຖິງເປົ້າໝາຍພັດທະນາແບບຍືນຍົງທົ່ວໂລກ; ເມື່ອແລກປ່ຽນກ່ຽວກັບຈຸດສຸມການຮ່ວມມືໃນໄລຍະຈະມາເຖິງ, ທ່ານ ບຸ່ຍແທັງເຊີນ ສະເໜີໃຫ້ UNDP ລະດົມແຫຼ່ງກຳລັງ ແລະ ໃຫ້ຄຳປຶກສາທາງດ້ານນະໂຍບາຍ ເພື່ອແນໃສ່ປະຕິບັດເອກະສານໂຄງການດຳເນີນງານແຫ່ງຊາດໃຫ້ແກ່ ຫວຽດນາມ ໄລຍະ 2022 – 2026 ໃຫ້ມີປະສິດທິຜົນ ແລະ ຄົບຖ້ວນ, ສົມທົບກັບບັນດາອົງການອື່ນຂອງ ສປຊ ປະຕິບັດກອບການຮ່ວມມືພັດທະນາແບບຍືນຍົງ ຫວຽດນາມ - ສປຊ ໄລຍະ 2022 – 2026, ໃນນັ້ນ, ມີການຟື້ນຟູເສດຖະກິດ - ສັງຄົມ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ລະດົມແຫຼ່ງກຳລັງ ຊ່ວຍເຫຼືອກຸ່ມທີ່ມີຄວາມສ່ຽງສູງໃນວິວັດການຟື້ນຟູ, ຫັນປ່ຽນເສດຖະກິດ - ສັງຄົມ.

        ສ່ວນທ່ານນາງ Kanni Wignaraja ກໍ່ສະແດງຄວາມປະທັບໃຈຕໍ່ຄຳໝັ້ນສັນຍາຢ່າງແຮງຂອງ ຫວຽດນາມ ໃນການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ທ່ານນາງຢັ້ງຢືນວ່າ UNDP ກຽມພ້ອມໃຫ້ການໜູນຊ່ວຍ ແລະ ຮ່ວມເດີນທາງກັບ ຫວຽດນາມ ໃນການຟື້ນຟູ ແລະ ພັດທະນາເສດຖະກິດ - ສັງຄົມຂຽວ, ຍືນຍົງ ແລະ ກວມລວມ.

ຕອບກັບ