ທ່ານ​ຜູ້​ອຳ​ນວຍ​ການ​ໃຫຍ່ WTO ຢ້ຽມ​ຢາມ ຫວຽດ​ນາມ ເພື່ອ​ຊຸກ​ຍູ້​ການ​ຄ້າຫຼາຍ​ຝ່າຍ

Chia sẻ
(VOVWORLD) - ທ່ານນາງ ປ.ອ Ngozi Okonjo-Iweala  ຜູ້ອຳນວຍການໃຫຍ່ອົງການການຄ້າໂລກ (WTO) ໄດ້ມາຢ້ຽມຢາມ ຮ່າໂນ້ຍ, ຫວຽດນາມຢ່າງເປັນທາງການ ໃນລະຫວ່າງວັນທີ 17 - 19 ພຶດສະພາ
ທ່ານ​ຜູ້​ອຳ​ນວຍ​ການ​ໃຫຍ່ WTO ຢ້ຽມ​ຢາມ ຫວຽດ​ນາມ ເພື່ອ​ຊຸກ​ຍູ້​ການ​ຄ້າຫຼາຍ​ຝ່າຍ - ảnh 1ທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢຽນໃຫ້ການຕ້ອນຮັບ ທ່ານນາງ ປ.ອ Ngozi Okonjo-Iweala  ຜູ້ອຳນວຍການໃຫຍ່ອົງການການຄ້າໂລກ
(ພາບ: ກະຊວງອຸດສາຫະກຳ ແລະ ການຄ້າ ຫວຽດນາມ)

ໂດຍໄດ້ຮັບຄຳເຊື້ອເຊີນຂອງທ່ານລັດຖະມົນຕີກະຊວງອຸດສາຫະກຳ ແລະ ການຄ້າ ຫງວຽນຮົ່ງຢຽນ ເຊິ່ງຕາງໜ້າລັດຖະບານ ຫວຽດນາມ, ທ່ານນາງ ປ.ອ Ngozi Okonjo-Iweala  ຜູ້ອຳນວຍການໃຫຍ່ອົງການການຄ້າໂລກ (WTO) ໄດ້ມາຢ້ຽມຢາມ ຮ່າໂນ້ຍ, ຫວຽດນາມຢ່າງເປັນທາງການ ໃນລະຫວ່າງວັນທີ 17 - 19 ພຶດສະພາ. ທ່ານນາງເອກອັກຄະລັດຖະທູດ ເລທິຕວຽດມາຍຫົວໜ້າຄະນະຜູ້ຕາງໜ້າຫວຽດນາມ ປະຈຳ ສປຊ, WTO ແລະ ບັນດາອົງການຈັດຕັ້ງສາກົນຢູ່ ເຊີແນວ ໃຫ້ຮູ້ວ່າ ນີ້ແມ່ນການຢ້ຽມຢາມຄັ້ງທີສອງຂອງການນຳ WTO ເຊິ່ງສະແດງໃຫ້ເຫັນຄວາມສົນໃຈຢູ່ລະດັບສູງຂອງ WTO ກໍ່ຄືຂອງຜູ້ອຳນວຍການໃຫຍ່ WTO ຕໍ່ການພັດທະນາຂອງ ຫວຽດນາມ ນັບແຕ່ເວລາເຂົ້າຮ່ວມ WTO ໃນຕົ້ນປີ 2007. ນີ້ກໍ່ແມ່ນໂອກາດເພື່ອໃຫ້ການນຳລັດຖະບານ, ບັນດາກະຊວງຂະແໜງການ, ວິສາຫະກິດ ແລະ ນັກຮຽກຮູ້ ຫວຽດນາມ ໄດ້ຮັບຟັງຄຳເຫັນໂດຍກົງຂອງຜູ້ອຳນວຍການໃຫຍ່ WTO ກ່ຽວກັບບົດບາດ, ວຽກງານຂອງ WTO ໃນໄລຍະຈະມາເຖິງ, ພ້ອມທັງແບ່ງປັນກັບທ່ານຜູ້ອຳນວຍການໃຫຍ່ WTO ກ່ຽວກັບແຜນນະໂຍບາຍຂອງ ຫວຽດນາມໃນການຍົກສູງລະບົບການຄ້າຫຼາຍຝ່າຍ; ວິໄສທັດ, ຍຸດທະສາດ, ມາດຕະການຢ່າງລະອຽດ ແລະ ຄວາມມານະພະຍາຍາມຜັນຂະຫຍາຍຂອງຝ່າຍ ຫວຽດນາມໃນການຊຸກຍູ້ການຄ້າ, ປະຕິບັດການຫັນເປັນດີຈີຕອນ, ຫັນເປັນສີຂຽວ, ຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການພັດທະນາແບບຍືນຍົງ.

ຕອບກັບ