ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Joe Biden ຮຽກ​ຮ້ອງ​ຕ້ານ​ຄືນ​ລັດ​ທິ​ຕ້ານຊາວ​ຢິວ

Chia sẻ
(VOVWORLD) - ເມື່ອກ່າວຄຳເຫັນໃນພິທີສະເຫຼີມສະຫຼອງປະຈຳປີຂອງຫໍພິພິທະພັນລະນຶກເຖິງ Holocaust ອາເມລິກາ, ວັນທີ 07 ພຶດສະພາ, ທ່ານປະທານາທິບໍດີ ອາເມລິກາ Joe Biden ໄດ້ຮຽກຮ້ອງຕ້ານຄືນລັດທິຕ້ານຊາວຢິວ ເຊິ່ງພວມເພີ່ມທະວີຂຶ້ນຢ່າງວ່ອງໄວຢູ່ປະເທດນີ້.
ທ່ານ​ປະ​ທາ​ນາ​ທິ​ບໍ​ດີ Joe Biden ຮຽກ​ຮ້ອງ​ຕ້ານ​ຄືນ​ລັດ​ທິ​ຕ້ານຊາວ​ຢິວ - ảnh 1ທ່ານປະທານາທິບໍດີ Joe Biden  (ພາບ: AFP/TTXVN)

ທ່ານປະທານາທິບໍດີ Joe Biden ໄດ້ກ່າວປະນາມການເພີ່ມທະວີຂຶ້ນຢ່າງແຮງຂອງລັດທິຕ້ານຊາວຢິວ ເຊິ່ງໄດ້ດຳເນີນໃນຈຸດເວລາການປະທະກັນລະຫວ່າງ ອິດສະຣາແອັນ - ຮາມາດສ ຢູ່ເຂດ ກາຊາ ເຄັ່ງຕຶງຂຶ້ນ ແລະ ກະແສຟອງແຫ່ຂະບວນປະທ້ວງແຜ່ລາມໃນວົງກວ້າງຢູ່ມະຫາວິທະຍາໄລແຫ່ງຕ່າງໆຂອງ ອາເມລິກາ ແນໃສ່ຄັດຄ້ານການຄຽດແຄ້ນຊາວຢິວ. ທ່ານປະທານາທິບໍດີ Joe Biden ຖະແຫຼງວ່າ:

        “ພວກຂ້າພະເຈົ້າເຄົາລົບ ແລະ ປົກປ້ອງສິດເສລີໃນການປາກເວົ້າເພື່ອໂຕ້ວາທີ, ຄັດຄ້ານ, ແຫ່ຂະບວນປະທ້ວງໃນສັນຕິພາບ. ແຕ່ ຢູ່ ອາເມລິກາ ຈະບໍ່ມີບ່ອນໃຫ້ແກ່ລັດທິຕ້ານຊາວຢິວ ຫຼື ຄຳເວົ້າທີ່ກໍ່ຄວາມຄຽດແຄ້ນ ຫຼື ນາບຂູ່ໃຊ້ຄວາມຮຸນແຮງດ້ວຍບໍ່ວ່າຮູບແບບໃດ, ເຖິງແມ່ນວ່າຕ້ານຄືນຊາວຢິວ ຫຼື ບໍ່ວ່າຜູ້ໃດ”.

        ຖະແຫຼງການຂອງການນຳ ອາເມລິກາ ໄດ້ຍົກອອກມາໃນສະພາບທີ່ ນັກສຶກສານັບພັນຄົນຢູ່ມະຫາວິທະຍາໄລແຫ່ງຕ່າງໆຂອງ ອາເມລິກາ ໄດ້ດຳເນີນການແຫ່ຂະບວນປະທ້ວງເພື່ອຄັດຄ້ານສົງຄາມຢູ່ເຂດ ກາຊາ.

ຕອບກັບ