ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ໄປ​ຢ້ຽມ​ຢາມ​ ໄທ ​ຢ່າງ​ເປັນ​ທາງ​ການ: ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ເພີ່ມ​ທະ​ວີ​ ຫວຽດ​ນາມ - ໄທ

Chia sẻ
(VOVWORLD) - ວັນທີ 7 ທັນວາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ນຳໜ້າ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄປຢ້ຽມຢາມ ໄທ ຢ່າງເປັນທາງການ. ການຢ້ຽມຢາມ ໄດ້ດຳເນີນໃນລະຫວ່າງວັນທີ 7 – 10 ທັນວາ.

ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ໄປ​ຢ້ຽມ​ຢາມ​ ໄທ ​ຢ່າງ​ເປັນ​ທາງ​ການ: ຊຸກ​ຍູ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ເພີ່ມ​ທະ​ວີ​ ຫວຽດ​ນາມ - ໄທ - ảnh 1ປະທານສະພາແຫ່ງຊາດ ຫວຽດນາມ ແລະ ປະທານສະພາແຫ່ງຊາດ ໄທ (ພາບ: Quochoi.vn)

ຕາມທ່ານນາງ ເລທູຮ່າ ຮອງຫົວໜ້າກຳມາທິການ ການຕ່າງປະເທດ ຂອງ ສະພາແຫ່ງຊາດ ແລ້ວ, ການຢ້ຽມຢາມ ໄທ ຢ່າງເປັນທາງການຂອງ ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແມ່ນເພື່ອແນໃສ່ຊຸກຍູ້ການພົວພັນຮ່ວມມື ລະຫວ່າງ ຫວຽດນາມ ແລະ ໄທ ຢ່າງມີປະສິດທິຜົນ, ມີຄວາມແທດຈິງໃນທຸກຂົງເຂດ, ທຸກຊ່ອງທາງ: ພັກ, ສະພາແຫ່ງຊາດ, ລັດຖະບານ ແລະ ການພົບປະແລກປ່ຽນປະຊາຊົນ, ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ, ສະແດງໃຫ້ເຫັນການຖືການພົວພັນຄູ່ຮ່ວມມືຍຸດທະສາດ ເພີ່ມທະວີ ຫວຽດນາມ - ໄທ ເປັນສຳຄັນ.

ໃນການຢ້ຽມຢາມຄັ້ງນີ້, ຄາດວ່າ ສອງຝ່າຍຈະແລກປ່ຽນບັນດາມາດຕະການເພີ່ມທະວີການຮ່ວມມືລະຫວ່າງອົງການນິຕິບັນຍັດສອງປະເທດ ໃນຂອບເຂດສອງຝ່າຍ ແລະ ຫຼາຍຝ່າຍ, ແລກປ່ຽນບັນດາບັນຫາສາກົນ ແລະ ພາກພື້ນ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

 

ຕອບກັບ