ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເວ​ືອງ​ດິ່ງ​ເຫວະ ໃຫ້​ການ​ຕ້ອນ​ຮັບ​ທ່ານ Kirsten Gillibrand ​ສະ​ມາ​ຊິກ​ສະ​ພາ​ສູງ ອາ​ເມ​ລິ​ກາ

Chia sẻ
(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຕີລາຄາສູງການສະໜັບສະໜູນຂອງສອງພັກການເມືອງໃນສະພາແຫ່ງຊາດ ອາເມລິກາ ແລະ ບັນດາສະມາຊິກ ຄະນະໃນການຊຸກຍູ້ການພົວພັນ ຫວຽດນາມ - ອາເມລິກາໃນໄລຍະຜ່ານມາ
ທ່ານ​ປະ​ທາ​ນ​ສະ​ພາ​ແຫ່ງ​ຊາດ ເວ​ືອງ​ດິ່ງ​ເຫວະ ໃຫ້​ການ​ຕ້ອນ​ຮັບ​ທ່ານ Kirsten Gillibrand ​ສະ​ມາ​ຊິກ​ສະ​ພາ​ສູງ ອາ​ເມ​ລິ​ກາ - ảnh 1ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໃຫ້ການຕ້ອນຮັບທ່ານນາງ Kirsten Gillibrand ສະມາຊິກສະພາສູງ (ພາບ: VOV)

ຕອນເຊົ້າວັນທີ 27 ມີນາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບທ່ານນາງ Kirsten Gillibrand ສະມາຊິກສະພາສູງ, ປະທານອະນຸກຳມະການບັນດາໄພນາບຂູ່ຫາກໍ່ເກີດຂຶ້ນ, ກຳມາທິການການທະຫານສະພາສູງ ອາເມລິກາ ແລະ ບັນດາສະມາຊິກໃນຄະນະ ທີ່ພວມມີການຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.

ທີ່ການຕ້ອນຮັບ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຕີລາຄາສູງການສະໜັບສະໜູນຂອງສອງພັກການເມືອງໃນສະພາແຫ່ງຊາດ ອາເມລິກາ ແລະ ບັນດາສະມາຊິກ ຄະນະໃນການຊຸກຍູ້ການພົວພັນ ຫວຽດນາມ - ອາເມລິກາໃນໄລຍະຜ່ານມາ, ທ່ານເນັ້ນໜັກວ່າ ນີ້ແມ່ນການຢ້ຽມຢາມ ຫວຽດນາມ ຄັ້ງທີ 2 ຂອງບັນດາສະມາຊິກສະພາແຫ່ງຊາດ ອາເມລິກາ ໃນປີນີ້ ພາຍຫຼັງ ສອງປະເທດຍົກລະດັບການພົວພັນຂຶ້ນເປັນຄູ່ຮ່ວມມືຍຸດທະສາດຮອບດ້ານ ເຊິ່ງສະແດງໃຫ້ເຫັນວ່າ ສອງຝ່າຍໄດ້ຕັ້ງໜ້າຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ແລະ ບັນລຸໄດ້ຫຼາຍໝາກຜົນລະອຽດ, ແທດຈິງ. ສ່ວນທ່ານນາງ Kirsten Gillibrand ໄດ້ເນັ້ນໜັກວ່າ ເລື່ອງ ສອງຝ່າຍຍົກລະດັບຂຶ້ນເປັນການພົວພັນຄູ່ຮ່ວມມືຍຸດທະສາດ ຮອບດ້ານ ສະແດງໃຫ້ເຫັນວ່າ ຫວຽດນາມ ແມ່ນຄູ່ຮ່ວມມືແຖວໜ້າຂອງ ອາເມລິກາ ໃນພາກພື້ນ ມະຫາສະໝຸດອິນເດຍ - ປາຊີຟິກ.

ໃນໂອກາດນີ້, ທ່ານປະທານສະພາແຫ່ງຊາດ ໄດ້ສະເໜີສອງຝ່າຍຄົ້ນຄ້ວາສ້າງບັນດາກົນໄກໂອ້ລົມສົນທະນາເປັນປະຈຳ, ກົນໄກແລກປ່ຽນ, ສົມທົບກັນລະຫວ່າງສະພາແຫ່ງຊາດ ສອງປະເທດ ແລະ ບັນດາອົງການຂອງສະພາແຫ່ງຊາດ.

ຕອບກັບ