ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ໂອ້​ລົມ​ສົນ​ທະ​ນາ​ກັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ປະ​ທານ​ສະ​ພາຜູ້​ແທນລາ​ຊະ​ດອນ ໄທ

Chia sẻ
(VOVWORLD) - ການນຳສອງທ່ານໄດ້ເຫັນດີເປັນເອກະພາບຕໍ່ບັນດາທິດທາງໃຫຍ່ ເພື່ອແນໃສ່ເສີມຂະຫຍາຍບົດບາດຂອງສອງອົງການນິຕິບັດຍັດໃຫ້ຫຼາຍກ່ວາອີກໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ສ້າງຄວາມສະດວກ
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ໂອ້​ລົມ​ສົນ​ທະ​ນາ​ກັບ​ປະ​ທານ​ສະ​ພາ​ແຫ່ງ​ຊາດ, ປະ​ທານ​ສະ​ພາຜູ້​ແທນລາ​ຊະ​ດອນ ໄທ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ທ່ານ ປະທານສະພາແຫ່ງຊາດ, ພ້ອມທັງເປັນທ່ານປະທານສະພາລາຊະດອນ ໄທ ວັນ ມູຫະມັດນໍ ມະທາ 

ໃນຂອບເຂດການຢ້ຽມຢາມ ລາຊະອານາຈັກ ໄທຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໃນລະຫວ່າງວັນທີ 7 – 10 ທັນວາ, ຕອນບ່າຍວັນທີ 7 ທັນວາ, ຢູ່ສຳນັກງານສະພາຜູ້ແທນລາຊະດອນ ໄທ ຢູ່ນະຄອນຫຼວງ ບາງກອກ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ມີການພົບປະເຈລະຈາ ກັບທ່ານ ປະທານສະພາແຫ່ງຊາດ, ພ້ອມທັງເປັນປະທານສະພາຜູ້ແທນລາຊະດອນ ໄທ ວັນ ມູຫະມັດ ນໍ ມະທາ.

ທີ່ການພົບປະເຈລະຈາ, ການນຳສອງທ່ານໄດ້ເຫັນດີເປັນເອກະພາບຕໍ່ບັນດາທິດທາງໃຫຍ່ ເພື່ອແນໃສ່ເສີມຂະຫຍາຍບົດບາດຂອງສອງອົງການນິຕິບັດຍັດໃຫ້ຫຼາຍກ່ວາອີກໃນການເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈ, ສ້າງຄວາມສະດວກ ແລະ ຊຸກຍູ້ການຮ່ວມມືໃນບັນດາຂົງເຂດລະຫວ່າງສອງປະເທດ. ສອງຝ່າຍໄດ້ຍູ້ແຮງການແລກປ່ຽນຄະນະຜູ້ແທນ, ພົບປະຂັ້ນສູງ ແລະ ທຸກຂັ້ນ, ໃນທຸກຊ່ອງທາງຂອງພັກ, ລັດ, ລັດຖະບານ, ສະພາແຫ່ງຊາດ ແລະ ພົບປະແລກປ່ຽນປະຊາຊົນ, ຜັນຂະຫຍາຍບັນດາກົນໄກຮ່ວມມືຢ່າງມີປະສິດທິຜົນ, ຕັ້ງໜ້າປະຕິບັດໂຄງການກະທຳຜັນຂະຫຍາຍການພົວພັນຄູ່ຮ່ວມມືຍຸດທະສາດເພີ່ມທະວີ ໃນໄລຍະ 2022 – 2027 ໃຫ້ປະກົດຜົນເປັນຈິງ. ສອງຝ່າຍໄດ້ເຫັນດີເປັນເອກະພາບ ນຳວົງເງິນການຄ້າສອງສົ້ນ ບັນລຸ 25 ຕື້ USD ໂດຍໄວ ແລະ  ຕາມທິດມີຄວາມດຸ່ນດ່ຽງກ່ວາ, ສ້າງຄວາມສະດວກ ແລະ ຫຼຸດຜ່ອນສິ່ງກີດຂວາງທາງການຄ້າ, ສ້າງສະພາບແວດລ້ອມແຫ່ງຄວາມສະດວກໃຫ້ແກ່ວິສາຫະກິດສອງປະເທດ ໃນການເປີດກວ້າງການລົງທຶນ ແລະ ດຳເນີນທຸລະກິດ.

ຕອບກັບ