ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ໄທ

Chia sẻ
(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິ່ວເຫວະ ຊີ້ແຈ້ງວ່າ ປະຊາຄົມຊາວຫວຽດນາມ ອາໄສຢູ່ໄທ ນັບມື້ນັບ ພັດທະນາ, ຍາມໃດກໍ່ຕິດພັນກັບປະເທດຊາດ, ມຸ່ງໄປເຖິງບ້ານເກີດເມືອງນອນ; ມີຄວາມສາມັກຄີ ແລະ ປະສົບຜົນສຳເລັດ.
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ເວືອງ​ດິ່ງ​ເຫວະ ພົບ​ປະ​ກັບ​ປະ​ຊາ​ຄົມ​ຊາວ​ຫວຽດ​ນາມ ອາ​ໄສ​ຢູ່​ໄທ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ກ່າວຄຳເຫັນທີ່ການພົບປະ

ວັນທີ 9 ທັນວາ, ຢູ່ອຸດອນ ທານີ, ໃນຂອບເຂດການຢ້ຽມຢາມ ໄທ ຢ່າງເປັນທາງການ (7 - 10/12), ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ພົບປະກັບ 600 ຄົນ ທີ່ຕ່າງໜ້າຊາວຫວຽດນາມ ອາໄສຢູ່ຕ່າງປະເທດກ່ວາ 100.000 ຄົນ ພວມດຳລົງຊີວິດຢູ່ ໄທ.

ກ່າວຄຳເຫັນທີ່ການພົບປະ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ວເຫວະ ຊີ້ແຈ້ງວ່າ ປະຊາຄົມຊາວຫວຽດນາມ ອາໄສຢູ່ໄທ ນັບມື້ນັບ ພັດທະນາ, ຍາມໃດກໍ່ຕິດພັນກັບປະເທດຊາດ, ມຸ່ງໄປເຖິງບ້ານເກີດເມືອງນອນ; ມີຄວາມສາມັກຄີ ແລະ ປະສົບຜົນສຳເລັດ. ທ່ານເຫັນດີເປັນເອກະພາບຕໍ່ຂໍ້ສະເໜີຊຸກຍູ້ການຮ່ວມມືທາງການຄ້າ ລະຫວ່າງສອງປະເທດ, ທ່ານປະທານສະພາແຫ່ງຊາດ ໃຫ້ຮູ້ວ່າ ສະພາແຫ່ງຊາດ, ລັດຖະບານ ຫວຽດນາມ ພວມສຳຫຼວດກວດການະໂຍາບາຍໃຫ້ບຸລິມະສິດການລົງທຶນເພື່ອຍົກສູງຄວາມສາມາດການແກ້ງແຍ້ງເພື່ອດຶງດູດເງິນລົງທຶນຈາກບັນດາປະເທດ.

ກ່ຽວກັບການຍ້ອງຍໍມອບຂອງຂວັນ, ເຊີດຊູພໍ່ແມ່ປະຊາຊົນຊາວຫວຽດນາມ ອາໄສຢູ່ ໄທ ທີ່ມີຄຸນງາມຄວາມດີຕໍ່ການປະຕິວັດ ແຕ່ເອກະສານນິຕິກຳບໍ່ຄົບຖວ້ນ, ທ່ານປະທານສະພາແຫ່ງຊາດ ໄດ້ແບ່ງປັນວ່າ ຈະສຳຫຼວດກວດຄືນທຸກກໍລະນີ ເພື່ອມີວິທີການເຊີດຊູ, ຕອບບຸນແທນຄຸນຢ່າງເໝາະສົມ, ປະຕິບັດນະໂຍບາຍຕອບບຸນແທນຄຸນໄດ້ດີທີ່ສຸດ.

ແລະກໍ່ໃນວັນດຽວກັນ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ລົງຢ້ຽມຢາມ ມະຫາວິທະຍາໄລ ຣັດຈະພັດ ອຸດອນ ທານີ.

ຕອບກັບ