ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ​ເວືອງ​ດິງ​ເຫ້ວ ອວຍ​ພອນ​ວັນ​ຊາດ​​ປະ​ເທດສາ​ທາ​ລະ​ນະ​ລັດ​ໂອ​ຕາ​ລິດ

Chia sẻ
(VOVWORLD) -ເນື່ອງໃນໂອກາດສະເຫຼີມສະຫຼອງ 66 ປີ ແຫ່ງວັນຊາດປະເທດສາທາລະນະລັດ ໂອຕາລິດ (26/10/1955 – 26/10/2021), ວັນທີ 26 ຕຸລາ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິງເຫ້ວ ໄດ້ສົ່ງໂທລະເລກອວຍພອນເຖິງ ທ່ານ Wolfgang Sobotka, ປະທານສະພາແຫ່ງລັດ ສາທາລະນະລັດ ໂອຕາລິດ.
ທ່ານປະ​ທານ​ສະ​ພາ​ແຫ່ງ​ຊາດ ​ເວືອງ​ດິງ​ເຫ້ວ ອວຍ​ພອນ​ວັນ​ຊາດ​​ປະ​ເທດສາ​ທາ​ລະ​ນະ​ລັດ​ໂອ​ຕາ​ລິດ - ảnh 1ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິງເຫ້ວ

ໃນໂທລະເລກ, ທ່ານປະທານສະພາແຫ່ງຊາດໄດ້ເນັ້ນໜັກວ່າ ໃນປີ 2022 ຫວຽດນາມ ແລະ ໂອຕາລິດຈະຈັດຕັ້ງສະເຫຼີມສະຫຼອງ 50ປີ ແຫ່ງວັນສ້າງຕັ້ງສາຍພົວພັນການທູດ, ທ່ານປະທານສະພາແຫ່ງຊາດຫວຽດນາມ ສະເໜີໃຫ້ສະພາແຫ່ງຊາດ ແລະ ລັດຖະບານ 2 ປະເທດ ຈົ່ງດຳເນີນການເຄື່ອນໄຫວຕ່າງໆ ທີ່ມີຄວາມໝາຍຢ່າງແທດຈິ່ງ ເພື່ອຊົມເຊີຍເຫດການສຳຄັນນີ້. ທ່ານປະທານສະພາແຫ່ງຊາດ ເວືອງດິງເຫ້ວ ເຊື່ອໝັ້ນຢ່າງແນວແນ່ວ່າ ດ້ວຍຄວາມຕັດສິນໃຈ ຂອງການນຳຂັ້ນສູງ 2 ປະເທດ, ການພົວພັນມິດຕະພາບ ແລະ ການຮ່ວມມືທີ່ເປັນມູນເຊື້ອລະຫວ່າງ ຫວຽດນາມ - ໂອຕາລິດ ແລະ ລະຫວ່າງ ບັນດາອົງການນິຕິບັນຍັດ 2 ປະເທດຈະສືບຕໍ່ຍູ້ແຮງກ່ວາອີກຢ່າງບໍ່ຢຸດຢັ້ງ, ເພື່ອຜົນປະໂຫຍດຢ່າງແທດຈິ່ງຂອງປະຊາຊົນ 2ປະເທດ, ເພື່ອ ສັນຕິພາບ, ສະຖຽນລະພາບ ແລະ ການພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ