ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ

Chia sẻ
(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຕີລາຄາສູງບົດບາດຂອງທ່ານເອກອັກຄະລັດຖະທູດໃນໄລຍະຜ່ານມາ
ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ຕ້ອນຮັບເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ລາວ ປະຈຳ ຫວຽດນາມ
(ພາບ: quochoi.vn)

          ຕອນບ່າຍວັນທີ 05 ຕຸລາ, ຢູ່ຫໍສະພາແຫ່ງຊາດ, ທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ໄດ້ໃຫ້ການຕ້ອນຮັບທ່ານ ແສງເພັດ ຮຸ່ງບຸນຍວງ ເອກອັກຄະລັດຖະທູດ ສປປ ລາວ ປະຈຳ ຫວຽດນາມ ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການເຮັດວຽກຢູ່ຫວຽດນາມ.

          ຢູ່ທີ່ນີ້, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ໄດ້ຕີລາຄາສູງບົດບາດຂອງທ່ານເອກອັກຄະລັດຖະທູດໃນໄລຍະຜ່ານມາ ທີ່ໄດ້ປະກອບສ່ວນຫຼາຍຢ່າງເພື່ອຊຸກຍູ້ສາຍພົວພັນມິດຕະພາບທີ່ເປັນມູນເຊື້ອ, ຄວາມສາມັກຄີແບບພິເສດ ແລະ ການຮ່ວມມືຮອບດ້ານ ຫວຽດນາມ - ລາວ ເວົ້າລວມ ແລະ ການພົວພັນລະຫວ່າງສອງສະພາແຫ່ງຊາດເວົາສະເພາະໃຫ້ຫຼາຍກວ່າເກົ່າ.

          ສ່ວນທ່ານເອກອັກຄະລັດຖະທູດ ແສງເພັດ ຮຸ່ງບຸນຍວງ ກໍ່ໄດ້ຂອບອົກຂອບໃຈຫວຽດນາມ ທີ່ຍາມໃດກໍ່ໜູນຊ່ວຍ, ແບ່ງປັນກັບປະຊາຊົນລາວ ໃນເວລາປະສົບກັບຄວາມຫຍຸ້ງຍາກທີ່ສຸດ, ຖືນັ້ນເປັນການຊ່ວຍເຫຼືອຢ່າງຈິງໃຈ, ສຸດຈິດສຸດໃຈຂອງຫວຽດນາມ ທີ່ສະຫງວນໃຫ້ແກ່ ລາວ. ທ່ານເອກອັກຄະລັດຖະທູດເຊື່ອໝັ້ນວ່າ, ໂດຍອີງໃສ່ບັນດາຜົນງານດ້ານເສດຖະກິດ, ການປ້ອງກັນຊາດ - ປ້ອງກັນຄວາມສະຫງົບ, ການພົວພັນຕ່າງປະເທດທີ່ບັນລຸໄດ້ໃນໄລຍະຜ່ານມາ, ຫວຽດນາມ ຈະປະຕິບັດວິໄສທັດຍຸດທະສາດພັດທະນາແບບຍືນຍົງຮອດປີ 2045 ຢ່າງສຳເລັດຜົນ.

ຕອບກັບ