ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ລາວ, ໄທ​ຢ່າງ​ຈົບ​ງາມ

Chia sẻ
(VOVWORLD) - ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພ້ອມກັບທ່ານປະທານສະພາແຫ່ງຊາດກຳປູເຈຍ, ລາວ ເປັນປະທານຮ່ວມກອງປະຊຸມສຸດຍອດ ສະພາແຫ່ງຊາດ CLV ຄັ້ງທີ 1, ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວທາງການທູດ ທີ່ມີຄວາມໝາຍ ໃນປີ 2023 ຂອງການນຳຂັ້ນສູງ. 
ທ່ານ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ສິ້ນ​ສຸດ​ການ​ຢ້ຽມ​ຢາມ ລາວ, ໄທ​ຢ່າງ​ຈົບ​ງາມ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ  ແລະ ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ 

ຕອນບ່າຍວັນທີ 10 ທັນວາ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄດ້ມາຮອດສະໜາມບິນ ໂນ້ຍບາຍ, ສິ້ນສຸດການເດີນທາງໄປປະຕິບັດງາມ ເຂົ້າຮ່ວມກອງປະຊຸມສຸດຍອດສະພາແຫ່ງຊາດ ສາມປະເທດ ກຳປູເຈຍ - ລາວ - ຫວຽດນາມ (CLV) ຄັ້ງທີ 1, ຢ້ຽມຢາມ ແລະ ເຮັດວຽກຢູ່ລາວ ແລະ ຢ້ຽມຢາມໄທຢ່າງເປັນທາງການຢ່າງຈົບງາມ. ດ້ວຍ 60 ການເຄື່ອນໄຫວ, ການເດີນທາງໄປປະຕິບັດງານຂອງທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ (4 – 10 ທັນວາ) ບັນລຸໄດ້ລະດັບສູງ ໃນທຸກເປົ້າໝາຍ, ຄວາມຮຽກຮ້ອງທີ່ໄດ້ວາງອອກ ນັບທັງສອງຝ່າຍ ແລະ ຫຼາຍຝ່າຍ.

ຢູ່ລາວ, ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພ້ອມກັບທ່ານປະທານສະພາແຫ່ງຊາດກຳປູເຈຍ, ລາວ ເປັນປະທານຮ່ວມກອງປະຊຸມສຸດຍອດ ສະພາແຫ່ງຊາດ CLV ຄັ້ງທີ 1, ນີ້ແມ່ນໜຶ່ງໃນບັນດາການເຄື່ອນໄຫວທາງການທູດ ທີ່ມີຄວາມໝາຍ ໃນປີ 2023 ຂອງການນຳຂັ້ນສູງ. ກອງປະຊຸມມີຄວາມໝາຍສຳຄັນໃນການປັບປຸງ ນ້ຳໃຈສາມັກຄີມິດຕະພາບ ກໍ່ຄືຊຸກຍູ້ການຮ່ວມມື ແລະ ພັດທະນາ, ໃນນັ້ນພິເສດແມ່ນ ການເຊື່ອມຕໍ່ລະຫວ່າງສາມພື້ນຖານເສດຖະກິດ  ກຳປູເຈຍ - ລາວ ແລະ ຫວຽດນາມ.

ການຢ້ຽມຢາມໄທ ຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມແມ່ນການຢ້ຽມຢາມ ໄທ ຄັ້ງທຳອິດຂອງການນຳຂັ້ນສູງ ຫວຽດນາມ ພາຍຫຼັງ ໄທມີລັດຖະບານຊຸດໃໝ່ (ເດືອນກັນຍາ ປີ 2023). ທ່ານປະທານສະພາແຫ່ງຊາດ ໄດ້ມີການພົບປະເຈລະຈາ, ພົບປະກັບການນຳສູງທຸດຂອງໄທ, ພິເສດ ທ່ານປະທານສະພາແຫ່ງຊາດ ກໍ່ແມ່ປະທານສະພາແຫ່ງຊາດຕ່າງປະເທດຜູ້ອຳທິດ ໄດ້ພົບປະກັບ ພະບາດສົມເດັດ ພະເຈົ້າຢູ່ຫົວວະຊິຣາລົງກອນ ແຫ່ງຊາລະອານາຈັກ ໄທ.

ຕອບກັບ