ທ່ານປະທານປະເທດ ເຈືອງເຕິ໋ນຊາງ ເລີ່ມຕົ້ນການຢ້ຽມຢາມແດນມາກ

Chia sẻ
(vovworld) –  ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​​ພ້ອມ​ດ້ວຍ​ພັນ​ລະ​ຍາ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ໄປ​ຮອດ​ນະຄອນຫຼວງ Copenhaghen...
ທ່ານປະທານປະເທດ ເຈືອງເຕິ໋ນຊາງ ເລີ່ມຕົ້ນການຢ້ຽມຢາມແດນມາກ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ
(ພາບປະກອບ)

(vovworld) –  ​ໂດຍ​ຮັບ​ຄຳ​ເຊື້ອ​ເຊີນ​ຂອງ​ພະ​ລາ​ຊີ​ນີ  Margrethe, ຕອນ​ທ່ຽງ​ວັນ​ທີ 18/9 ຕາມ​ເວລາທ້ອງ​ຖີ່​ນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​​ພ້ອມ​ດ້ວຍ​ພັນ​ລະ​ຍາ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ໄປ​ຮອດ​ນະຄອນຫຼວງ Copenhaghen. ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ທາງ​ລັດຖະກິດ​ແດນ​ມາກ​ໃນ​ລະຫວ່າງ​ວັນ​ທີ 18-20/9. ພະ​ລາ​ຊີ​ນີ  Margrethe ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ, ການ​ຢ້ຽມຢາມຄັ້ງ​ນີ້ ຈະ​ເປີດ​ແງ່​ຫວັງ​ຮ່ວມ​ມື​ຢ່າງຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້​ສະ​ແດງ​ຄວາມ​ຂອບ​ອົບ​ຂອບ​ໃຈພະ​ລາ​ຊີ​ນີ  Margrethe ທີ່​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະ​ຢ່າງ​ສົມ​ກຽດ ​ແລະ ຢືນຢັນ​ວ່າ ການ​ຢ້ຽມຢາມ​ແດນ​ມາກ ຄັ້ງ​ນີ້ ​ເພື່ອ​ແນ​ໃສ່​ສືບ​ຕໍ່​ຜັນ​ຂະຫຍາຍ​ແນວທາງ​ການ​ຕ່າງປະ​ເທດ​ທີ່​ເປັນ​ເອກະລາດ, ​ເປັນ​ເຈົ້ນ​ຕົນ​ເອງ, ຫັນການ​ພົວພັນ​ກັບ​ສາກົນ​ເປັນ​ການ​ພົວພັນຫຼາຍ​ຝ່າຍ, ຫຼາຍ​ຮູບ​ຫຼາຍ​ແບບ, ປັບປຸງ ​ແລະ ​ເພີ່ມ​ທະວີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລະ ການ​ຮ່ວມ​ມື​ຫຼາຍ​ດ້ານ​ກັບ​ແດນ​ມາກ ​ໃນ​ນັ້ນ​ສຸມ​ໃສ່​ການ​ຍູ້​ແຮງ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ ​ແລະ ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ ​ແລະ ຄູ່​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ສອງ​ປະ​ເທດ ​ເພື່ອ​ແນ​ໃສ່​ນຳ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ໃຫ້​ຂຶ້ນ​ສູ່​ລະດັບ​ສູງ​ໃໝ່ ​ເພື່ອ​ຜົນ​ປະ​ໂຫຍ​ດຂອງ​ປະຊາຊົນ​ສອງ​ປະ​ເທດ, ​ເພື່ອ​ສະຖຽນ​ລະ​ພາບ ​ແລະ ການ​ຮ່ວມ​ມື​ພັດທະນາ​ຂອງ​ພາກ​ພື້ນ ກໍ່​ຄື​ຢູ່​ໃນ​ໂລກ.

ຕອນ​ບ່າຍ​ວັນ​ທີ 19/9, ທ່ານ​ປະທານ​ປະ​ເທດ​ຫວຽດນາມ​ ​ເຈືອງ​ເຕີນ​ຊາງ ​ໄດ້​​ເຈລະຈາ​ກັບ​ ນາຍົກລັດຖະມົນຕີ ດານ​ມາກ Helle Thorning Schmidt. ການ​ນຳ​ສອງ​ທ່ານ​ໄດ້​ເຫັນ​ດີ​ຍົກ​ການ​ພົວພັນ​ລະຫວ່າງ​ສອງ​ປະ​ເທດ​ຈາກ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​​ໃນ​ບັນດາ​ຂົງ​ເຂດ​ກາຍ​ເປັນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຮອບດ້ານ. ສອງ​ຝ່າຍ​ເຫັນ​ດີ​ກ້າວ​ໄປ​ເຖິງ​ການ​ສ້າງ​ສາຍ​ພົວພັນ​ຄູ່​ຮ່ວມ​ມື​ຮອບ​ດ້ານ ຫວຽດນາມ - ​ແດນ​ມາກ, ສ້າງ​ພື້ນຖານ​ຊຸກຍູ້​ການ​ຮ່ວມ​ມື​ສອງ​ຝ່າຍ​ພັດທະນາ​ທັງ​ລວງ​ກວ້າງ ​ແລະ ລວງ​ເລິກ​ໃນ​ໄລຍະ​ຈະ​ມາ​ເຖິງ​ໃນ​ບັນດາ​ຂົງ​ເຂດ​ບຸລິມະສິດ. ສອງ​ຝ່າຍ​ສະ​ແດງ​ຄວາມ​ພຶ​ງພໍ​ໃຈ​ກ່ຽວ​ກັບ​ບັນດາ​ຄວາມ​ຄືບ​ຫນ້າ​ໃນ​ການ​ພົວພັນ​ດ້ານ​ເສດຖະກິດ ການ​ຄ້າ ການ​ລົງທຶນ​ໃນ​ໄລຍະ​ຜ່ານ​ມາ ​ແລະ ​ເຫັນ​ດີ ສົມທົບ​ກັນ​ຢ່າງ​ແຫນ້ນ​ແຟ້ນ​ເພື່ອ​ນຳ​ການ​ພົວພັນ​ຮ່ວມ​ມື​ໃນ​ຂົງ​ເຂດ​ນີ້​ໃຫ້​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຂ້ອນ​ຂອງ​ສອງ​ປະ​ເທດ. ພາຍຫລັງ​ສິ້ນ​ສຸດ​ການ​ເຈ​ລະຈາ, ການ​ນຳ​ສອງ​ທ່ານ​ໄດ້​ພົບ​ປະ​ກັບ​ນັກ​ຂ່າວ ​ແລະ ​ພ້ອມ​ກັນ​ເປັນ​ສັກ​ຂິພິຍານ​ພິທີ​ລົງ​ນາມ​ໃນ​ຖະ​ແຫລ​ງການ​ກ່ຽວ​ກັບ​ຄູ່​ຮ່ວມ​ມື​ຮອບດ້ານ​ຫວຽດນາມ ​ແດນ​ມາກ, ສັນຍາ​ແມ່​ກ່ຽວ​ກັບ​ສິນ​ເຊື່ອ​ບຸລິມະສິດ​ຂອງ​ແດນ​ມາກ​ທີ່​ມີ​ຕໍ່​ຫວຽດນາມ ​​ເອກະສານ,​ຂໍ້​ຕົກລົງ​ຮ່ວມ​ມື​ສຳຄັນ​ຈຳນວນ​ຫນຶ່ງ​​ໃນ​ບັນດາ​ຂົງ​ເຂດ.