ທ່ານປະທານປະເທດ ຫວໍວັນເຖືອງ ພົບປະກັບພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ ໂອຕຣິດ, ເພື່ອນມິດໂອຕຣິດ, ຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ໂອຕຣິດ

Chia sẻ
(VOVWORLD) - ແລະກໍ່ໃນວັນດຽວກັນ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ໄປຢ້ຽມຢາມພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳ ໂອຕຣິດ ແລະ ຢ້ຽມຢາມຫໍພິພິທະພັນປະຫວັດສາດ ສິລະປະ ວຽນນາ. ທ່ານປະທານປະເທດ ສະເໜີໃຫ້ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳບັນດາປະເທດ ເອີລົບ ສືບຕໍ່ເອົາໃຈໃສ່...
ທ່ານປະທານປະເທດ ຫວໍວັນເຖືອງ ພົບປະກັບພໍ່ແມ່ພີ່ນ້ອງຊາວ ຫວຽດນາມ ອາໄສຢູ່ ໂອຕຣິດ, ເພື່ອນມິດໂອຕຣິດ, ຢ້ຽມຢາມສະຖານທູດ ຫວຽດນາມ ປະຈຳ ໂອຕຣິດ - ảnh 1ທ່ານປະທານປະເທດ ຫວໍວັນເຖືອງ ກ່າວຄຳເຫັນທີ່ການເຮັດວຽກກັບປະຊາຄົມຊາວ ຫວຽດນາມ
(ພາບ:Thống Nhất/TTXVN)

ຕອນບ່າຍວັນທີ 23 ກໍລະກົດ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ແລະ ພັນລະຍາ ໄດ້ນຳໜ້າຄະນະຜູ້ແທນຂັ້ນສູງ ຫວຽດນາມ ໄປຮອດສະໜາມບິນສາກົນ ວຽນນາ, ເລີ່ມຕົ້ນການຢ້ຽມຢາມ ສ. ໂອຕຣິດ ຢ່າງເປັນທາງການຕາມຄຳເຊີນຂອງທ່ານປະທານາທິບໍດີ Alexander Van der Bellen.

        ພາຍຫຼັງທີ່ໄປຮອດວຽນນາ, ຕອນບ່າຍວັນທີ 23 ກໍລະກົດ, ທ່ານປະທານປະເທດ ຫວໍວັນເຖືອງ ແລະ ພັນລະຍາ ໄດ້ພົບປະກັບຜູ້ຕາງໜ້າປະຊາຄົມຊາວ ຫວຽດນາມ ປະຈຳ ໂອຕຣິດ, ອົງການຕາງໜ້າສະຫະພັນຊາວ ຫວຽດນາມ ປະຈຳ ເອີລົບ. ທ່ານປະທານປະເທດ ຫວັງວ່າ ປະຊາຄົມຊາວ ຫວຽດນາມ ປະຈຳ ໂອຕຣິດ ເວົ້າສະເພາະ, ຢູ່ ເອີລົບ ເວົ້າລວມ, ສາມັກຄີ ຊ່ວຍເຫຼືອກັນບື່ນຕົວຂຶ້ນໃນການດຳລົງຊີວິດ, ເຊື່ອມຕົວເຂົ້າກັບວົງຄະນະຍາດ, ເຄື່ອນໄຫວລົງທຶນດຳເນີນທຸລະກິດນັບມື້ນັບພັດທະນາ, ຍົກສູງຖານະຕຳແໜ່ງດ້ານນິຕິທຳຢູ່ປະເທດປະຈຳຖິ່ນ. ພິເສດ, ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ໂອຕຣິດ ຄວນຮັກສາ, ເສີມຂະຫຍາຍ ມູນເຊື້ອວັດທະນະທຳຂອງຊາດ, ໃນນັ້ນມີການຮັກສາ ແລະ ເປີດກ້ວາງການເຄື່ອນໄຫວສິດສອນ ແລະ ຮຽນພາສາ ຫວຽດ.

        ແລະກໍ່ໃນວັນດຽວກັນ, ທ່ານປະທານປະເທດ ຫວໍວັນເຖືອງ ໄດ້ໄປຢ້ຽມຢາມພະນັກງານ, ພາລະກອນສະຖານທູດ ຫວຽດນາມ ປະຈຳ ໂອຕຣິດ ແລະ ຢ້ຽມຢາມຫໍພິພິທະພັນປະຫວັດສາດ ສິລະປະ ວຽນນາ. ທ່ານປະທານປະເທດ ສະເໜີໃຫ້ບັນດາອົງການຜູ້ຕາງໜ້າ ຫວຽດນາມ ປະຈຳບັນດາປະເທດ ເອີລົບ ສືບຕໍ່ເອົາໃຈໃສ່, ສະໜິດຕິດພັນກັບພໍ່ແມ່ພີ່ນ້ອງຊາວ ຫວຽດນາມ, ຊ່ວຍເຫຼືອສ້າງປະຊາຄົມຊາວ ຫວຽດນາມ ປະຈຳ ເອີລົບ ສາມັກຄີ, ພັດທະນາ, ຍາມໃດກໍ່ອ່ວາຍໜ້າເມືອຫາບ້ານເກີດເມືອງນອນ, ປະເທດຊາດ.

        ແລະກໍ່ໃນຕອນບ່າຍວັນດຽວກັນ, ທ່ານປະທານປະເທດ ຫວຽດນາມ ຫວໍວັນເຖືອງ ໄດ້ຕ້ອນຮັບທ່ານ Alfred Gerstl, ປະທານສະມາຄົມມິດຕະພາບ ໂອຕຣິດ - ຫວຽດນາມ ແລະ ບັນດາເພື່ອນມິດຊາວ ໂອຕຣິດ ແລະ ທ່ານ Peter Jankowitsch, ອະດີດປະທານສະມາຄົມມິດຕະພາບ ໂອຕຣິດ - ຫວຽດນາມ, ອາດີດລັດຖະມົນຕີການຕ່າງປະເທດ ໂອຕຣິດ.

        ໃນຂອບເຂດການຢ້ຽມຢາມ ສ ໂອຕຣິດ, ທ່ານປະທານປະເທດ ຫວໍວັນເຖືອງ ຈະເຈລະຈາກັບທ່ານປະທານາທິບໍດີ Alexander Van der Bellen; ພົບປະກັບການນຳສະພາສູງ ແລະ ບາງທ້ອງຖິ່ນ. ທ່ານປະທານປະເທດ ຍັງຈະມີການພົບປະກັບການນຳອົງການພະລັງງານປະລະມານູສາກົນ (IAEA). ການຢ້ຽມຢາມ ໂອຕຣິດ ແມ່ນການເຄື່ອນໄຫວເປີດສາກຂອງການເດີນທາງຢ້ຽມຢາມ, ເຮັດວຽກຢູ່ ເອີລົບ ຂອງທ່ານປະທານປະເທດ ຫວໍວັນເຖືອງ, ເຊິ່ງລວມມີ: ການຢ້ຽມຢາມ ສ ໂອຕຣິດ ຢ່າງເປັນທາງການ, ການຢ້ຽມຢາມທາງລັດຖະກິດ ອີຕາລີ ແລະ ສຳນັກ Vatican.  

ຕອບກັບ