ທ່ານປະທານປະເທດ ຈີນ ພົບປະເຈລະຈາກັບທ່ານປະທານາທິບໍດີ ບຣາຊິນ

ນັກຂ່າວ VOV ປະຈຳ ປັກກິງ
Chia sẻ
(VOVWORLD) - ຢູ່ນອກກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ BRICS ຄັ້ງທີ 11 ໄດ້ຈັດຕັ້ງຢູ່ປະເທດ ບຣາຊິນ ໃນວັນທີ 13 ພະຈິກ, ຕາມເວລາທ້ອງຖິ່ນ, ທ່ານປະທານປະເທດ ຈີນ ສີຈິ້ນຜິງ ໄດ້ມີການພົບປະເຈລະຈາກັບທ່ານປະທານາທິບໍດີປະເທດເຈົ້າພາບ Jair Bolsonaro.
ທ່ານປະທານປະເທດ ຈີນ ພົບປະເຈລະຈາກັບທ່ານປະທານາທິບໍດີ ບຣາຊິນ - ảnh 1ທ່ານ ສີຈິ້ນຜິງ ເຂົ້າຮ່ວມກອງປະຊຸມສຸດຍອດກຸ່ມບັນດາພື້ນຖານເສດຖະກິດຫາກໍ່ພົ້ນເດັ່ນ BRICS  (ພາບ: THX/TTXVN)

        ທີ່ການພົບປະ, ທ່ານປະທານປະເທດ ສີຈິ້ນຜິງ ໄດ້ຢືນຢັນວ່າ ຈີນ ແລະ ບຣາຊິນ ມີຜົນປະໂຫຍດຮ່ວມກັນຫລາຍຢ່າງ ແລະ ຄວາມສາມາດບົ່ມຊ້ອນໃນການຮ່ວມມືຢ່າງກ້ວາງໃຫຍ່. ດ້ວຍບົດບາດເປັນ 2 ປະເທດໃຫຍ່ພວມພັດທະນາ, ຈີນ ແລະ ບຣາຊິນ ຄວນຮັກສາການກຳນົດທິດຍຸດທະສາດ, ເພີ່ມທະວີການພົວພັນແລກປ່ຽນ, ການຮ່ວມມືບົນພື້ນຖານຄວາມສະເໝີພາບ, ເຄົາລົບເຊິ່ງກັນ ແລະ ກັນ. ໃນໄລຍະຈະມາເຖິງ, 2 ຝ່າຍຄວນເພີ່ມທະວີການຮ່ວມມືໃນທຸກຂົງເຂດຄື: ຜະລິດຕະພັນກະເສດ, ຂຸດຄົ້ນຊັບພະຍາກອນແຮ່ທາດ, ລົງທຶນກໍ່ສ້າງພື້ນຖານໂຄງລ່າງ, ເສດຖະກິດດີຈີຕອນ…

        ສ່ວນທ່ານປະທານາທິບໍດີ ບຣາຊິນ Jair Bolsonaro ສະແດງຄວາມຊົມເຊີຍຕໍ່ບັນດາວິສາຫະກິດ ຈີນ ລົງທຶນເຂົ້າ ບຣາຊິນ ແນໃສ່ເປີດກ້ວາງການຮ່ວມມືດ້ານການຄ້າລະຫວ່າງ 2 ຝ່າຍ.

ຕອບກັບ