ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ໄທ​ຄົນ​ໃໝ່ ຮັບ​ດຳ​ລົງ​ຕຳ​ແໜ່ງ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ເຮັດ​ວຽກ​ຢ່າງບໍ່​ຮູ້​ອິດ​ບໍ່​ຮູ້​ເມື່ອຍ

Chia sẻ
(VOVWORLD) - ທ່ານນາຍົກລັດຖະມົນຕີ ເສດຖາ ໃຫ້ຮູ້ວ່າ ປັດຈຸບັນ ໄທພວມຢູ່ໃນໄລຍະສຳຄັນເມື່ອປະເທດຕ້ອງປະເຊີນໜ້າກັບ ຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງຕ້ອງຮັບການແກ້ໄຂໂດຍໄວ.
ທ່ານ​ນາ​ຍົກ​ລັດ​ຖະ​ມົ​ນ​ຕີ​ໄທ​ຄົນ​ໃໝ່ ຮັບ​ດຳ​ລົງ​ຕຳ​ແໜ່ງ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ເຮັດ​ວຽກ​ຢ່າງບໍ່​ຮູ້​ອິດ​ບໍ່​ຮູ້​ເມື່ອຍ - ảnh 1ທ່ານ  ເສດຖາ ທະວິສິນ ນາຍົກລັດຖະມົນຕີໄທຄົນໃໝ່ (ພາບ: ThaiGov)

ຕອນບ່າຍວັນທີ 23 ສິງຫາ, ຢູ່ສຳນັກງານພັກເພື່ອໄທ ຢູ່ນະຄອນຫຼວງ ບາງກອກ, ໄດ້ດຳເນີນພິທີຮັບລັດຖະບັນຍັດ ຂອງພະບາດສົມເດັດພະເຈົ້າມະຫາຊີວິດ ໄທ ທີ່ໃຫ້ສັດຕະຍາບັນ ທ່ານ ເສດຖາ ທະວິສິນ ເປັນນາຍົກລັດຖະມົນຕີ ຄົນທີ 30 ຂອງໄທ.

ຕົ້ນພີທີ, ຜູ້ຕາງໜ້າຄະນະເລຂາທິການສະພາຜູ້ແທນລາດຊະດອນໄທ ໄດ້ອ່ານລັດຖະບັນຍັດຂອງ ພະບາດສົມເດັດພະເຈົ້າມະຫາຊີວິດ ໄທໃຫ້ສັດຕະຍາບັນທ່ານ ເສດຖາ ເປັນນາຍົກລັດຖະມົນຕີຄົນໃໝ່ຂອງໄທ. ລັດຖະບັນຍັດຂອງ ພະບາດສົມເດັດພະເຈົ້າມະຫາຊີວິດ ໄທ ກໍ່ມີຄຳສັ່ງໃຫ້ ທ່ານ ເສດຖາ ສ້າງລັດຖະບານຊຸດໃໝ່. ຫຼັງຈາກນັ້ນ, ທ່ານ ເສດຖາ ກໍ່ໄດ້ດຳເນີນບັນດາພິທີຮັບ ແລະ ມີບົດກ່າວປາໄສ ທຳອິດພາຍຫຼັງກາຍເປັນນາຍົກລັດຖະມົນຕີຄົນໃໝ່ຂອງໄທ ຢ່າງເປັນທາງການ. ທ່ານນາຍົກລັດຖະມົນຕີ ເສດຖາ ໃຫ້ຮູ້ວ່າ ປັດຈຸບັນ ໄທພວມຢູ່ໃນໄລຍະສຳຄັນເມື່ອປະເທດຕ້ອງປະເຊີນໜ້າກັບ ຄວາມຫຍຸ້ງຍາກ, ສິ່ງທ້າທາຍຫຼາຍຢ່າງຕ້ອງຮັບການແກ້ໄຂໂດຍໄວ. ທ່ານເສດຖາ ໃຫ້ຄຳໝັ້ນສັນຍາຈະເຮັດວຽກຢ່າງສັດຊື່ບໍລິສຸດ ແລະ ບໍ່ຮູ້ອິດບໍ່ຮູ້ເມື່ອຍ ເພື່ອນຳປະເທດກ້າວໄປ ແລະ ນຳມາເຊິ່ງຄວາມສະເໝີພາບ, ຄວາມຜາສຸກ ແລະ ວັດທະນາຖາວອນໃຫ້ແກ່ປະຊາຊົນໄທ. ທ່ານນາຍົກລັດຖະມົນຕີໄທຄົນໃໝ່ກໍ່ຮຽກຮ້ອງໃຫ້ປະຊາຊົນຮ່ວມແຮງຮ່ວມໃຈກັບລັດຖະບານໃນຄວາມມານະພະຍາຍາມປັບປຸງຖານະບົດບາດ ແລະ  ທີ່ຕັ້ງໃຫຍ່ກ່ວາ ຂອງປະເທດ ໄທ ບົນເວທີສາກົນ.

ຕອບກັບ