ທ່ານນາຍົກລັດຖະມົນຕີອັງກິດລົງນາມໃນຂໍ້ຕົກລົງ Brexit

Chia sẻ
(VOVWORLD) -ເຫດການດັ່ງກ່າວຈະເປັນການເປີດໜ້າປະຫວັດສາດໃໝ່ຂອງອັງກິດ.

ທ່ານນາຍົກລັດຖະມົນຕີອັງກິດລົງນາມໃນຂໍ້ຕົກລົງ Brexit - ảnh 1  ທ່ານນາຍົກລັດຖະມົນຕີອັງກິດ Boris Johnson

(ພາບປະກອບ: AFP/TTXVN)

ວັນທີ 24 ມັງກອນ, ທ່ານປະທານຄະນະກຳມະການເອີລົບ Ursula von der Leyen ແລະ ທ່ານນາຍົກລັດຖະມົນຕີອັງກິດ Boris Johnson ໄດ້ລົງນາມໃນຂໍ້ຕົກລົງ Brexit (ອັງກິດ ຖອນຕົວອອກຈາກສະຫະພາບເອີລົບ), ເປີດຊ່ອງທາງໃຫ້ລັດຖະສະພາເອີລົບ ຮັບຮອງເອົາຂໍ້ຕົກລົງດັ່ງກ່າວ. ພາຍຫຼັງພິທີລົງນາມ, ທ່ານນາຍົກລັດຖະມົນຕີອັງກິດ ໄດ້ຢືນຢັນວ່າ, ການຕົກລົງ ລົງນາມໃນສັນຍາ Brexit, ສຸດທ້າຍກໍ່ໄດ້ຮັບການປະຕິບັດ ບົນອີງໃສ່ການລົງປະຊາມະຕິເມື່ອປີ 2016 ແລະ ຊ່ວຍຢຸດຕິການໂຕ້ຖຽງກັນມາເປັນເວລາຫຼາຍປີ ພ້ອມກັບການແບ່ງແຍກ, ນີ້ແມ່ນຈຸດເວລາອັນດີງາມ. ທ່ານໃຫ້ຮູ້ວ່າ, ເຫດການດັ່ງກ່າວຈະເປັນການເປີດໜ້າປະຫວັດສາດໃໝ່ຂອງອັງກິດ. ຄາດວ່າ, ວັນທີ 29 ມັງກອນ ຈະມາເຖິງ, ເອກະສານກ່ຽວກັບ Brexit ຈະໄດ້ໃຫ້ສັດຕະຍາບັນທີ່ລັດຖະສະພາເອີລົບ. ຫຼັງຈາກນັ້ນ, ໃນວັນທີ 30 ມັງກອນ, ວົງການນັກການທູດບັນດາປະເທດສະມາຊິກຂອງສະຫະພາບເອີລົບ ຈະດຳເນີນການປ່ອນບັດກ່ຽວກັບມະຕິດັ່ງກ່າວ. ພາຍຫຼັງປະຕິບັດສຳເລັດບັນດາລະບຽບການທີ່ຈຳເປັນ, ອັງກິດ ຈະຖອນຕົວອອກຈາກສະຫະພາບເອີລົບ ໃນວັນທີ 31 ມັງກອນ 2020.

ຕອບກັບ