ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງຊີ້ນຳກ່ຽວກັບທິດທາງຫນ້າທີ່ປີ2014ຂອງຂະແຫນງກວດກາ

Chia sẻ
(vovworld) - ຫ້ອງ​ວ່າການ​ລັດຖະບານ​ຫາ​ກໍ່​ມີ​ເອກະສານ​ປະກາດ​ຄຳ​​ເຫັນ​ຊີ້ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ທີ່​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ປີ 2013
ທ່ານນາຍົກລັດຖະມົນຕີຫງວຽນເຕີນຢູງຊີ້ນຳກ່ຽວກັບທິດທາງຫນ້າທີ່ປີ2014ຂອງຂະແຫນງກວດກາ - ảnh 1
ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ກ່າວຄຳເຫັນທີ່ກອງປະຊຸມ
ພາບ:thanhtra.gov.vn

(vovworld) - ຫ້ອງ​ວ່າການ​ລັດຖະບານ​ຫາ​ກໍ່​ມີ​ເອກະສານ​ປະກາດ​ຄຳ​​ເຫັນ​ຊີ້ຂອງ​ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢູງ ທີ່​ກອງ​ປະຊຸມ​ສະຫລຸບ​ວຽກ​ງານ​ປີ 2013 ​ແລະ ຜັນ​ຂະຫຍາຍ​ຫນ້າ​ທີ່​ປີ 2014 ຂອງ​ຂະ​ແຫນງ​ກວດກາ. ທ່ານ​ນາຍົກລັດຖ​ະມົນຕີ ສະ​ເຫ​ນີ:  ຂະ​ແຫນງ​ກວດກາ​ຄວນ​ສືບ​ຕໍ່​ສຸມ​ໃສ່​ແກ້​ໄຂ​ກາ​ນຮ້ອງທຸກ, ກ່າວ​ຟ້ອງ ຕາມ​ຂໍ້​ກຳນົດ​ຂອງ​ກົດໝາຍ​ຈາກ​ຂັ້ນ​ຮາກ​ຖານ​​ເພື່ອ​ຈຳກັດ​ກາ​ນຮ້ອງທຸກ​ຜ່ານ​ຂັ້ນ. ບົນ​ພື້ນຖານ​ຜັນ​ຂະຫຍາຍ​ການ​ປະຕິບັດ​ລັດຖະທຳ​ມະນູນ​ສະບັບ​ປັບປຸງ, ຂະ​ແຫນງ​ກວດກາ ຕ້ອງ​ກວດກາ​ຄືນ, ​ເພີ່ມ​ເຕີມ​ເພື່ອ​ສ້າງ​ລະບອບ​ນະ​ໂຍບາຍ​ໃຫ້​ສົມບູນ​ແບບ, ປະກອບສ່ວນ​ສ້າງ​ລັດ​​ແຫ່ງ​ອຳນາດ​ນິຕິບັນຍັດ​, ​ເສີມ​ຂະຫຍາຍ​ສິດ​ເປັນ​ເຈົ້າ​ຂອງ​ປະ​ຊາ​ຊົນ​, ​ເຊີດ​ຊູຄວາມ​ຮັບຜິດຊອບ​ຂອງ​ຫົວຫນ້າ​ອຳນາດ​ການ​ປົກຄອງ​ທຸກ​ຂັ້ນ.