ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo

Chia sẻ
(VOVWORLD) -ຫວຽດນາມ ພວມສືບຕໍ່ສ້າງເງື່ອນໄຂສະດວກໃຫ້ແກ່ຜູ້ຊ່ຽວຊານ, ນັກລົງທຶນ, ນັກຄຸ້ມຄອງຂອງຍີ່ປຸ່ນ ເຂົ້າມາຫວຽດນາມ

ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo  - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo 

ພາບ:TTXVN

ຕອນບ່າຍວັນທີ 4 ສິງຫາ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ມີການໂອ້ລົມທາງໂທລະສັບກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Abe Shinzo ເພື່ອປຶກສາຫາລືກ່ຽວກັບການພົວພັນສອງຝ່າຍ ກໍ່ຄື ການຮ່ວມມືໃນບັນດາເວທີປາໄສສາກົນ ແລະ ພາກພື້ນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຊົມເຊີຍເລື່ອງ ຍີ່ປຸ່ນ ເລືອກເຟັ້ນຫວຽດນາມ ແມ່ນຫນຶ່ງໃນບັນດາປະເທດທຳອິດຜ່ອນຜັນການໄປມາ ແລະ ໃຫ້ຮູ້ວ່າ: ຫວຽດນາມ ພວມສືບຕໍ່ສ້າງເງື່ອນໄຂສະດວກໃຫ້ຜູ້ຊ່ຽວຊານ, ນັກລົງທຶນ, ນັກຄຸ້ມຄອງຂອງຍີ່ປຸ່ນ ເຂົ້າມາຫວຽດນາມ, ສະເຫນີໃຫ້ສອງຝ່າຍສືບຕໍ່ປຶກສາຫາລືເພື່ອເປີດສາຍການບິນຄືນໃຫມ່ໃນໄລຍະຈະມາເຖິງ. ທ່ານນາຍົກລັດຖະມົນຕີ Abe Shinzo ຕີລາຄາສູງບັນດາຄວາມມານະພະຍາຍາມຂອງຫວຽດນາມໃນບົດບາດເປັນປະທານ ອາຊຽນ ແລະ ຢືນຢັນວ່າ ຈະຮ່ວມມືຢ່າງແຫນ້ນແຟ້ນເພື່ອໃຫ້ຫວຽດນາມ ຈັດຕັ້ງບັນດາກອງປະຊຸມກ່ຽວຂ້ອງຂອງອາຊຽນ ຢ່າງສຳເລັດຜົນ. 

ການນຳສອງທ່ານເຫັນດີຈະສືບຕໍ່ຮ່ວມມືນຳກັນຢ່າງແຫນ້ນແຟ້ນທີ່ບັນດາເວທີປາໄສຫລາຍຝ່າຍ ແລະ ບັນດາບັນຫາພາກພື້ນ ແລະ ສາກົນ ຊື່ງຕ່າງຝ່າຍຕ່າງມີຄວາມສົນໃຈ, ຊຸກຍູ້ການຮ່ວມມືໃນຂອບເຂດແມ່ຂອງ - ຍີ່ປຸ່ນ.

ຕອບກັບ