ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງລົງທຶນແລະຮ່ວມມືສາກົນອີຢີບ

Chia sẻ
(VOVWORLD) -ຕອນບ່າຍວັນທີ 22 ສິງຫາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ຕ້ອນຮັບທ່ານນາງ Sahar Nasr, ລັດຖະມົນຕີກະຊວງລົງທຶນ ແລະ ຮ່ວມມື ສາກົນ ປະເທດອີຢີບ ແລະ ນາຍພົນເຮືອເອກ Mohab Mamish, ປະທານອົງການຄຸ້ມຄອງ ຄອງ Suez ແລະ ເຂດເສດຖະກິດພິເສດ ຄອງ Suez ພວມຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ.
ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບລັດຖະມົນຕີກະຊວງລົງທຶນແລະຮ່ວມມືສາກົນອີຢີບ - ảnh 1 ທ່ານນາຍົກລັດຖະມົນຕີຫງວຽນຊວນຟຸກຕ້ອນຮັບທ່ານນາງ Sahar Nasr ລັດຖະມົນຕີກະຊວງລົງທຶນແລະຮ່ວມມືສາກົນອີຢີບ

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໃຫ້ຮູ້ວ່າ: ຫວຽດນາມ ພ້ອມແລ້ວທີ່ຈະສົ່ງອອກບັນດາປະເພດສິນຄ້າເຂົ້າລະບົບຮ້ານຊັບພະສິນຄ້າໃຫຍ່ ຂອງ ອີຢີບ ແລະ ພ້ອມແລ້ວ ທີ່ຈະຈຳຫນ່າຍສິນຄ້າຂອງ ອີຢີບ ຢູ່ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ປາດຖະຫນາຢາກສອງຝ່າຍເປັນເອກະພາບໂດຍໄວເພື່ອກ້າວໄປເຖິງການລົງນາມໃນບັນດາຂໍ້ຕົກລົງຮ່ວມມືໃນຂົງເຂດການຄ້າ ການລົງທຶນ. ທ່ານນາຍົກລັດຖະມົນຕີ ຖືວ່າ ສອງປະເທດມີຄວາມສາມາດບົ່ມຊ້ອນການຮ່ວມມືໃນຂົງເຂດຕ່າງໆຄື: ຕ່ຳແຜ່ນຕັດຫຍິບ, ປຸງແຕ່ງຜະລິດຕະພັນກະເສດ, ອາຊີບຫາປາ ແລະ ປາດຖະຫນາວ່າ ອີຢີບ ສ້າງເງື່ອນໄຂສະດວກເພື່ອໃຫ້ວິສາຫະກິດສອງປະເທດ ຮ່ວມມືໃນຂົງເຂດຂຸດຄົ້ນນ້ຳມັນອາຍແກສ ແລະ ສະຫນອງບັນດາບໍລິການກ່ຽວຂ້ອງເຖິງຂົງເຂດນ້ຳມັນອາຍແກສຢູ່ ອີຢີບ.

ສ່ວນທ່ານ Sahar Nasr ໄດ້ຢືນຢັນວ່າ ອີຢີບ ຊົມເຊີຍ ຫວຽດນາມ ໄດ້ແບ່ງປັນ ແລະ ຮ່ວມມືກັບວິສາຫະກິດ ອີຢີບໃນບັນດາຂົງເຂດຄື: ຕໍ່ກຳປັ່ນ, ທ່າກຳປັ່ນ. 

ຕອບກັບ