ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊັວນຟຸກ ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍໜ້າທີ່ຂອງທະນາຄານແຫ່ງລັດ ໃນປີ 2020

Chia sẻ
(VOVWORLD) -ຕອນເຊົ້າ ວັນທີ 2 ມັງກອນ, ຢູ່ ນະຄອນຫຼວງ ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍໜ້າທີ່ຂອງທະນາຄານແຫ່ງລັດ ໃນປີ 2020.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊັວນຟຸກ ເຂົ້າຮ່ວມກອງປະຊຸມຜັນຂະຫຍາຍໜ້າທີ່ຂອງທະນາຄານແຫ່ງລັດ ໃນປີ 2020 - ảnh 1 ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກກ່າວຄຳເຫັນທີ່ກອງປະຊຸມຂອງຂະແຫນງທະນາຄານແຫ່ງລັດ (ພາບ:VGP)

ລາຍງານທີ່ຢູ່ກອງປະຊຸມ, ທ່ານ ເລມິງຮຶງ ຜູ້ວ່າການທະນາຄານແຫ່ງລັດ ຫວຽດນາມ ໃຫ້ຮູ້ວ່າ, ປີຜ່ານມາ, ທະນາຄານແຫ່ງລັດດ້ວຍການນຳໃຊ້ບັນດາເຄື່ອງມືເງິນຕາຕ່າງໆນັ້ນໄດ້ປະກອບສ່ວນເຮັດໃຫ້ຕະຫຼາດເປັນປົກກະຕິທັງຮັບປະກັນການສະໜອງທຶນໃຫ້ພື້ນຖານເສດຖະກິດ, ທັງຊ່ວຍຄວບຄຸມໄພເງິນເຟີ້ໄດ້. ນີ້ແມ່ນຜົນສຳເລັດໃຫຍ່ທີ່ສຸດ, ທະລຸລວງໃນການປະຕິບັດນະໂຍບາຍເງິນຕາຂອງທະນາຄານແຫ່ງລັດ. ໄພເງິນເຟີ້ໄດ້ຮັບການຄວບຄຸມໂດຍພື້ນຖານໄລ່ສະເລ່ຍແມ່ນຢູ່ໃນລະດັບ 2.01%. ໜ້າຊື່ນຊົມແມ່ນລະດັບການເຕີບໂຕສິນເຊື່ອພຽງແຕ່ 13%ເທົ່ານັ້ນ, ແຕ່ກໍ່ຍັງຮັບປະກັນການສະໜອງທຶນໃຫ້ພື້ນຖານເສດຖະກິດໄດ້ຢ່າງຄົບຖ້ວນ, ສະແດງໃຫ້ເຫັນວ່າຄຸນນະພາບເຕີບໂຕ GDP ຂອງ ຫວຽດນາມແມ່ນເພີ່ມຂຶ້ນ.

ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຕີລາຄາສູງເລື່ອງ ທະນາຄານແຫ່ງລັດໄດ້ປະຕິບັດການສົມທົບລະຫວ່າງນະໂຍບານ ເງິນຕາ ກັບ ບັນດານະໂຍບາຍຕ່າງໆເປັນຢ່າງດີ. ພິເສດ, ທະນາຄານແຫ່ງລັດມີຄວາມ  ໄຫວພິບ, ຄ່ອງແຄ້ວ ໃນການບໍລິຫານເມື່ອຊື້ເງິນຕາເພື່ອເພີ່ມການສະສົມເງິນຕາຕ່າງປະເທດໃຫ້ບັນລຸລະດັບສະຖິຕິເກືອບ 80 ຕື້ USD, ຂຶ້ນທົບ 2,5 ເທົ່າເມື່ອທຽບໃສ່ໄລຍະຕົ້ນອາຍຸການ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ເຖິງວ່າ ສິນເຊື່ອເຕີບໂຕພຽງແຕ່ 13% ເທົ່ານັ້ນ, ແຕ່ພື້ນຖານເສດຖະກິດຍັງຄົງເຕີບໂຕຢ່າງແຮງ, ເຊິ່ງສະແດງໃຫ້ເຫັນ ຄຸນນະພາບຂອງ ສິນເຊື້ອ ແລະ ຄຸນນະພາບການເຕີບໂຕເພີ່ມຂຶ້ນ, ແທນໃຫ້ການອີງໃສ່ການເພີ່ມສິນເຊື່ອຂຶ້ນ.

ປີ 2020, ທ່ານນາຍົກລັດຖະມົນຕີ ສະເຫນີ ທະນາຄານແຫ່ງລັດຕ້ອງປະຕິບັດ ສອງຄາດໝາຍນັ້ນແມ່ນ: ສ້າງສະພາບແວດລ້ອມຢ່າງສະດວກໃຫ້ທະນາຄານແຫ່ງລັດ, ອົງການສິນເຊື່ອໃຫ້ພັດທະນາຢ່າງປອດໄພ, ປອດໃສ, ມີປະສິດທິຜົນ, ແກ້ງແຍ້ງກັບສາກົນ ພ້ອມກັນນັ້ນ ແມ່ນສ້າງ ການບໍລິການໃຫ້ມີຄຸນນະພາບ ແລະເປັນຫລາຍຮູບຫລາຍແບບ ຕອບສະຫນອງຄວາມຮຽກຮ້ອງຕ້ອງການ ແລະສ້າງທຸກເງື່ອນໄຂສະດວກໃຫ້ແກ່ປະຊາຊົນ ແລະວິສາຫະກິດ ດ້ວຍທິດນຳສຳຜັດບັນດາບໍລິການສິນເຊື່ອຢ່າງງ່າຍດາຍໃນໄລຍະສັ້ນສຸດ, ລາຍຈ່າຍຕ່ຳສຸດ.

ຕອບກັບ