ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ້ງ ເດີນທາງໄປເຂົ້າຮ່ວມກອງປະຊຸມ WEF ດາວອດ 2024, ຢ້ຽມຢາມ ຮຸງກາລີ ແລະ ຣູມາເນຍ ຢ່າງເປັນທາງການ

Chia sẻ
(VOVWORLD) - ກອງປະຊຸມ WEF ດາວອດ 2024 ຈັດຂຶ້ນໃນລະຫວ່າງວັນທີ 15-19 ມັງກອນ 2024 ດ້ວຍຫົວຂໍ້ “ສ້າງຄວາມເຊື່ອໝັ້ນຄືນໃໝ່”. ຫວຽດນາມ ແມ່ນ 1 ໃນ 9 ຄູ່ຮ່ວມມືທີ່ WEF ສະເໝີໃຫ້ປະສານສົມທົບຈັດການສົນທະນາຍຸດທະສາດລະດັບຊາດ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ້ງ ກໍ່ແມ່ນ 1 ໃນ 8 ການນຳຂອງບັນດາປະເທດທີ່ມີວາລະສົນທະນາກັບ WEF.
ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ້ງ ເດີນທາງໄປເຂົ້າຮ່ວມກອງປະຊຸມ WEF ດາວອດ 2024, ຢ້ຽມຢາມ ຮຸງກາລີ ແລະ ຣູມາເນຍ ຢ່າງເປັນທາງການ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ແລະ ພັນລະຍາ, ພ້ອມຄະນະຜູ້ແທນຂັ້ນສູງ ຫວຽດນາມ, ເດີນທາງອອກຈາກ ຮ່າໂນ້ຍ ໄປຮ່ວມກອງປະຊຸມປະຈຳປີ WEF Davos 2024
(ພາບ: VOV)

ຮຸ່ງເຊົ້າວັນທີ 16 ມັງກອນ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ້ງ ແລະ ພັນລະຍາ, ພ້ອມຄະນະຜູ້ແທນຂັ້ນສູງ ຫວຽດນາມ, ເດີນທາງອອກຈາກ ຮ່າໂນ້ຍ ໄປຮ່ວມກອງປະຊຸມປະຈຳປີ ເວທີປາໄສເສດຖະກິດໂລກທີ່ ດາວອດ, ສະວິດ ຄັ້ງທີ 54 (WEF Davos 2024), ຢ້ຽມຢາມ ຮຸງກາລີ ແລະ ຣູມາເນຍ ຢ່າງເປັນທາງການໃນລະຫວ່າງວັນທີ 16-23 ມັງກອນ, ຕາມການເຊື້ອເຊີນຂອງຜູ້ກໍ່ຕັ້ງທັງເປັນປະທານ ເວທີປາໄສເສດຖະກິດໂລກ (WEF) Klaus Schwab, ທ່ານນາຍົກລັດຖະມົນຕີ ຮຸງກາລີ Viktor Orban ແລະ ທ່ານນາຍົກລັດຖະມົນຕີ ຣູມາເນີຍ Ion-Marcel Ciolacu.

        ກອງປະຊຸມ WEF ດາວອດ 2024 ຈັດຂຶ້ນໃນລະຫວ່າງວັນທີ 15-19 ມັງກອນ 2024 ດ້ວຍຫົວຂໍ້ “ສ້າງຄວາມເຊື່ອໝັ້ນຄືນໃໝ່”. ຫວຽດນາມ ແມ່ນ 1 ໃນ 9 ຄູ່ຮ່ວມມືທີ່ WEF ສະເໝີໃຫ້ປະສານສົມທົບຈັດການສົນທະນາຍຸດທະສາດລະດັບຊາດ ແລະ ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ້ງ ກໍ່ແມ່ນ 1 ໃນ 8 ການນຳຂອງບັນດາປະເທດທີ່ມີວາລະສົນທະນາກັບ WEF.

        ຫຼັງຈາກເຂົ້າຮ່ວມກອງປະຊຸມ WEF ດາວອດ 2024, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ້ງ ຈະຢ້ຽມຢາມ ຮຸງກາລີ ແລະ ຣູມາເນຍ ຢ່າງເປັນທາງການ ແນໃສ່ປະກອບສ່ວນເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈທາງການເມືອງຫຼາຍຂຶ້ນ, ເຮັດໃຫ້ສາຍພົວພັນມິດຕະພາບອັນເປັນມູນເຊື້ອ ລະຫວ່າງ ຫວຽດນາມ ກັບ ຮຸງກາລີ ແລະ ຣູມາເນຍ ມີຊີວິດຊີວາຍິ່ງຂຶ້ນ.

        ບັນດາການຢ້ຽມຢາມກໍ່ແນໃສ່ເຊື່ອມຕໍ່ການພົວພັນ ລະຫວ່າງ ຫວຽດນາມ ກັບ ເຂດເອີຣົບຕາເວັນອອກກາງ ແລະ ສອງປະເທດ ຮຸງກາລີ ແລະ ຣູມາເນຍ ກັບ ອາຊຽນ (ASEAN), ປະສານສົບທົບກັນຢ່າງແໜ້ນແຟ້ນໃນການແກ້ໄຂບັນດາບັນຫາທົ່ວໂລກ.

ຕອບກັບ