ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ​້າມ​ມິງ​ຈິງ ພົບ​ປະ​ບັນ​ດາ​ການ​ນຳ​ໂລກ ທີ່​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ປະ​ຈ​ຳ​ປີ​ບັນ​ດາ​ຜູ້​ນຳ​ໜ້າ ຄັ້ງ​ທີ 14 ຂອງ WEF

Chia sẻ
(VOVWORLD) - ເນື່ອງໃນໂອກາດເຂົ້າຮ່ວມເວທີປາໄສເສດຖະກິດໂລກ (WEF) ຢູ່ ທຽນຈີນ, ປະເທດ ຈີນ, ຕອນເຊົ້າວັນທີ 27 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ພົບປະກັບທ່ານນາຍົກລັດຖະມົນຕີ ນິວຊີແລນ Chris Hipkins.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ​້າມ​ມິງ​ຈິງ ພົບ​ປະ​ບັນ​ດາ​ການ​ນຳ​ໂລກ ທີ່​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ປະ​ຈ​ຳ​ປີ​ບັນ​ດາ​ຜູ້​ນຳ​ໜ້າ ຄັ້ງ​ທີ 14 ຂອງ WEF - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານນາຍົກລັດຖະມົນຕີ ນິວຊີແລນ Chris Hipkins (ພາບ: VOV)

        ທີ່ການພົບປະ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ຢັ້ງຢືນວ່າ ຫວຽດນາມ ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບ ນິວຊີແລນ; ພ້ອມທັງຢັ້ງຢືນວ່າ ຫວຽດນາມ ສ້າງທຸກເງື່ອນໄຂສະດວກ, ສົ່ງເສີມວິສາຫະກິດ ນິວຊີແລນ ລົງທຶນເຂົ້າ ຫວຽດນາມ; ສະເໜີ ນິວຊີແລນ ໃຫ້ການຊ່ວຍເຫຼືອ, ສ້າງເງື່ອນໄຂສະດວກໃຫ້ບັນດາວິສາຫະກິດ ຫວຽດນາມ ລົງທຶນ ຢູ່ ນິວຊີແລນ.

        ທ່ານນາຍົກລັດຖະມົນຕີ ນິວຊີແລນ Chris Hipkins ກໍເຫັນດີເປັນເອກະພາບຕໍ່ບັນດາແນວຄວາມຄິດ, ຄຳສະເໜີຂອງທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ, ໂດຍສະເພາະແມ່ນການຊຸກຍູ້ການຮ່ວມມືສອງຝ່າຍ ໂດຍຖືເອົາຂົງເຂດເສດຖະກິດ - ການຄ້າ ເປັນຈຸດສຸມ, ກໍຄືເພີ່ມທະວີການສົມທົບລະຫວ່າງສອງຝ່າຍຢູ່ບັນດາເວທີປາໄສຫຼາຍຝ່າຍ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວຽດ​ນາມ ຟ​້າມ​ມິງ​ຈິງ ພົບ​ປະ​ບັນ​ດາ​ການ​ນຳ​ໂລກ ທີ່​ເຂົ້າ​ຮ່ວມກອ​ງ​ປະ​ຊຸມ​ປະ​ຈ​ຳ​ປີ​ບັນ​ດາ​ຜູ້​ນຳ​ໜ້າ ຄັ້ງ​ທີ 14 ຂອງ WEF - ảnh 2ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ  ແລະ ທ່ານນາຍົກລັດຖະມົນຕີ ມົງໂກນ Oyun – Erdene Luvsannamsrai (ພາບ: VOV)

        ກໍໃນຕອນເຊົ້າຂອງວັນດຽວກັນ, ທີ່ການພົບປະກັບທ່ານນາຍົກລັດຖະມົນຕີ ມົງໂກນ Oyun – Erdene Luvsannamsrai, ການນຳ ຫວຽດນາມ ແລະ ມົງໂກນ ເຫັນດີເປັນເອກະພາບເພີ່ມທະວີການພົວພັນມິດຕະພາບທີ່ເປັນມູນເຊື້ອມາແຕ່ດົນນານ ແລະ ຖືກການນຳລຸ້ນໆຕ່າງຂອງສອງປະເທດເພີ່ມພູນຄູນສ້າງຂຶ້ນ, ເປີດກວ້າງການຮ່ວມມືໃນບັນດາຂົງເຂດ, ເສີມຂະຫຍາຍບົດບາດຂອງຄະນະກຳມະການລະຫວ່າງລັດຖະບານ ມົງໂກນ - ຫວຽດນາມ ແລະ ບັນດາກົນໄກຮ່ວມມືລະຫວ່າງສອງຝ່າຍ.

        ຫຼັງຈາກນັ້ນແລ້ວ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ກໍໄດ້ພົບປະກັບທ່ານນາງນາຍົກລັດຖະມົນຕີ ບາກບາໂດສ Mia Mottley.

        ຫວູຄວຽນ

ຕອບກັບ