ທ່ານ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ປະ​ກອບ​ຄຳ​ເຫັນ​ທີ່​ວາ​ລະ​ປຶກ​ສາ​ຫາ​ລື​ທຳ​ອິດ​ຂອງກອງ​ປະ​ຊຸມ WEF

Chia sẻ
(VOVWORLD) -     ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຊີ້ແຈ້ງ “ບັນດາສິ່ງທ້າທາຍທີ່ກີດຂວາງການເຕີບໂຕຂອງເສດຖະກິໂລກ ແລະ ຫວຽດນາມ. ນັ້ນແມ່ນໄພເງິນເຟີ້, ຜົນຮ້າຍຢ້ອນຫຼັງຈາກໂລກລະບາດໂຄວິດ - 19, ການແກ້ງແຍ້ງຍຸດທະສາດ, ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, ການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດ, ໂລກລະບາດສັບສົນ, ຍາກທີ່ຈະຄາດຄະເນໄດ້ລ່ວງໜ້າ.
ທ່ານ​ນາ​ຍົກ​ລັ​ດ​ຖະ​ມົນ​ຕີ ຫວຽດ​ນາມ ຟ້າມ​ມິງ​ຈິງ ປະ​ກອບ​ຄຳ​ເຫັນ​ທີ່​ວາ​ລະ​ປຶກ​ສາ​ຫາ​ລື​ທຳ​ອິດ​ຂອງກອງ​ປະ​ຊຸມ WEF - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ  ປະກອບຄຳເຫັນທີ່ວາລະປຶກສາຫາລື (ພາບ: VOV)

ຕອນເຊົ້າວັນທີ 27 ມິຖຸນາ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມວາລະໄຂກອງປະຊຸມເວທີປາໄສເສດຖະກິດໂລກ ທຽນຈີນ ປີ 2023, ເຂົ້າຮ່ວມ ແລະ ກ່າວຄຳເຫັນທີ່ວາລະປຶກສາຫາລື ດ້ວຍຫົວຂໍ້ “ຮັບມືກັບບັນດາສິ່ງທ້າທາຍ: ເລີ່ມຟື້ນຟູການເຕີບໂຕຄືນໃໝ່ໃນສະພາບການເສດຖະກິດບອກບາງ”. ນີ້ແມ່ນວາລະປຶກສາຫາລືທຳອິດຂອງກອງປະຊຸມ WEF ທຽນຈີນ ດ້ວຍການເຂົ້າຮ່ວມຂອງຜູ້ແທນກວ່າ 300 ທ່ານ ເຊິ່ງເປັນການນຳບັນດາປະເທດ, ອົງການຈັດຕັ້ງສາກົນ ແລະ ຜູ້ຕາງໜ້າກຸ່ມບໍລິສັດ, ວິສາຫະກິດຂະໜາດໃຫຍ່ໃນໂລກ.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຊີ້ແຈ້ງ “ບັນດາສິ່ງທ້າທາຍທີ່ກີດຂວາງການເຕີບໂຕຂອງເສດຖະກິໂລກ ແລະ ຫວຽດນາມ. ນັ້ນແມ່ນໄພເງິນເຟີ້, ຜົນຮ້າຍຢ້ອນຫຼັງຈາກໂລກລະບາດໂຄວິດ - 19, ການແກ້ງແຍ້ງຍຸດທະສາດ, ການປະທະກັນລະຫວ່າງ ລັດເຊຍ - ຢູແກຼນ, ການປ່ຽນແປງຂອງດິນຟ້າອາກາດ, ໄພທຳມະຊາດ, ໂລກລະບາດສັບສົນ, ຍາກທີ່ຈະຄາດຄະເນໄດ້ລ່ວງໜ້າ. ເພື່ອຮັບມືກັບບັນດາສິ່ງທ້າທາຍດັ່ງກ່າວ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຍົກອອກວິທີການສຳຜັດ ແລະ ບາງກຳນົດທິດສຳຄັນ:

        “ທົ່ວໂລກພວກເຮົາຕ້ອງມີຄວາມສາມັກຄີ, ເຊີດຊູລັດທິຫຼາຍຝ່າຍ, ເຊີດຊູປະຊາຊົນ, ຖືປະຊາຊົນທັງເປັນເຈົ້າກຳ ທັງເປັນໃຈກາງ, ທັງເປັນແຫຼ່ງກຳລັງ, ທັງເປັນກຳລັງໜູນເພື່ອແກ້ໄຂຄວາມຫຍຸ້ງຍາກດັ່ງກ່າວ. ຟື້ນຟູການຜະລິດດຳເນີນທຸລະກິດໂດຍໄວ, ສ້າງວຽກເຮັດງານທຳ, ຍູ້ແຮງການຄ້າການລົງທຶນ; ຕ້ອງຊຸກຍູ້ກຳລັງໜູນການເຕີບໂຕໃໝ່ ເປັນຕົ້ນແມ່ນການຫັນເປັນດີຈີຕອນ, ການເຕີບໂຕສີຂຽວ, ເສດຖະກິດໝູນວຽນ, ຍົກເລີກຮົ້ວກີດຂວາງ, ຍົກເລີກການປ້ອງກັນດ້ານການຄ້າ, ຕ້ານລັດທິອາລັກຂາ, ພິເສດແມ່ນບຸລິມະສິດໃຫ້ບັນດາປະເທດທຸກຍາກ, ບັນດາປະເທດພວມພັດທະນາ. ນອກຈາກນັ້ນ, ຕ້ອງມີນະໂຍບາຍ, ມາດຕະການທີ່ເໝາະສົມເພື່ອຊຸກຍູ້ການສະໜອງ ແລະ ຄວາມຕ້ອງການຂອງທົ່ວໂລກ, ຊອກຫາມາດຕະການແກ້ໄຂບັນດາການປະທະກັນ, ເພີ່ມທະວີການຮ່ວມມືລະຫວ່າງພາກລັດ ກັບພາກເອກະຊົນ ເພື່ອສ້າງແຫຼ່ງກຳລັງ, ສ້າງຄວາມສະດວກໃຫ້ແກ່ບັນດາວິສາຫະກິດລົງທຶນພັດທະນາ.”

        ພາຍຫຼັງວາລະປຶກສາຫລື, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມພິທີໄຂກອງປະຊຸມປະຈຳປີບັນດາຜູ້ນຳໜ້າ ຄັ້ງທີ 14 ຂອງ WEF ຢູ່ນະຄອນ ທຽນຈີນ, ປະເທດ ຈີນ.

ຫວູຄວຽນ

ຕອບກັບ