ທ່ານນາຍົກລັດຖະມົນຕີ ຫວຽດນາມ Nguyen Tan Dung ຕ້ອນຮັບຮອງປະທານທະນາຄານໂລກ

Chia sẻ
ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Pamela Cox, ຮອງ​ປະທານ​ທະນາຄານ​ໂລກ ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຫວຽດນາມ     Nguyen Tan Dung   ຕ້ອນຮັບຮອງປະທານທະນາຄານໂລກ - ảnh 1
 ທ່ານ​ນາຍົກລັດຖະມົນຕີ Nguyen Tan Dung
ຕ້ອນຮັບ​ທ່ານ​ນາງ Pamela Cox, ຮອງ​ປະທານ​ທະນາຄານ​ໂລກ

( ພາບ: vietnam.vnanet.vn )

( vovworld ) -    ຕອນ​ບ່າຍ​ວັນ​ທີ 25/7, ຢູ່​ສຳນັກງານ​ລັດຖະບານ ທີ່​ຮ່າ​ໂນ້ຍ, ທ່ານ​ນາຍົກລັດຖະມົນຕີຫວຽດນາມ Nguyen Tan Dung ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Pamela Cox, ຮອງ​ປະທານ​ທະນາຄານ​ໂລກ ທີ່​ພວມ​ຢ້ຽມຢາມ ​ແລະ ​ເຮັດ​ວຽກຢູ່​ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ​ໄດ້​ຖື​ວ່າ, ​ເຖິງ​ວ່າ​ບັນລຸ​ໄດ້​ບັນດາ​ຜົນງານ​ໃນ​ໄລຍະ​ທີ່​ຜ່ານ​ມາ​ກໍ​ຕາມ ​ແຕ່​ພື້ນຖານ​ເສດຖະກິດ​ຂອງ​ຫວຽດນາມ ຍັງ​ບໍ່​ທັນມີ​ຄວາມ​ໝັ້ນຄົງ, ຄຸນ​ນະພາ​ບ, ປະສິດທິ​ຜົນ ​ແລະ ກຳລັງ​ແກ່ງ​ແຍ້​ງຍັງຕໍ່າ, ອັດຕາ​ຄອບຄົວ​ທຸກ​ຍາກ​ຍັງ​ສູງ​ຢູ່... ​ເພາະສະ​ນັ້ນ, ນອກຈາກ​ການ​ເສີມ​ຂະຫຍາຍ​ກຳລັງ​ແຮງ​ພາຍ​ໃນ​ແລ້ວ, ຫວຽດນາມ ຢາກ​ໄດ້​ຮັບ​ການ​ໜູນ​ຊ່ວຍ​ໃຫ້ຄຳ​ປຶກສາດ້ານ​ນະ​ໂຍບາຍ ​ແລະ ນັບ​ທັງ​ແຫຼ່ງ​ການເງິນບຸລິມະສິດ ​ເພື່ອ​ຮັກສາ​ບັນດາ​ຜົນງານ​ທີ່​ບັນລຸ​ໄດ້, ປະກອບສ່ວນເຂົ້າໃນ​ພັດທະນາແບບຍືນຍົງ. ບົນ​ຈິດ​ໃຈ​ດັ່ງກ່າວ, ທ່ານນາຍົກລັດຖະມົນຕີ Nguyen Tan Dung ປາດ​ຖະນາ​ວ່າ ທະນາຄານ​ໂລກຈະ​ສືບ​ຕໍ່​ຮັກສາ​ແຫຼ່ງທຶນ​ໃຫ້​ກູ້​ຢືມ​ ບຸລິມະສິດ​ແກ່​ຫວຽດນາມ ​ໃນ​ການ​ລົງທຶນ​ພັດທະນາ​ພື້ນຖານ​ໂຄງ​ລ່າງ, ພ້ອ​ມທັງ​ຢືນຢັນ​ວ່າ, ລັດຖະບານ​ຫວຽດນາມ ຈະສືບ​ຕໍ່​ມີ​ບັນດາ​ມາດ​ຕະການ​ຢ່າງ​ຂ້ຽວ​ຂາດ ​ເພື່ອ​ເພີ່ມ​ທະວີ​ປະສິດທິ​ຜົນ​ການ​ນຳ​ໃຊ້ ​ແລະ ຍູ້​ແຮງ​ລະດັບ​ການ​ປ່ອຍ​ເງິນ​ບັນດາ​ແຫຼ່ງທຶນ​ຂອງ​ທະນາຄານ​ໂລກ.

        ຕີ​ລາຄາ​ສູງ​ບັນດາ​ຜົນງານ​ພັດທະນາ​ເສດຖະກິດ​ສັງຄົມເຊິ່ງຫວຽດນາມ ບັນລຸ​ໄດ້, ທ່ານ​ນາງ Pamela Cox ​ໄດ້​ຢືນຢັນ​ວ່າ ຍາມ​ໃດທະນາຄານ​ໂລກ ກໍ​ຮຽງ​ບ່າ​ຮຽງ​ໄຫຼ່ກັບ​ຫວຽດນາມ ​ໃນ​ວິ​ວັດ​ການ​ພັດທະນາ. ທ່ານ​ນາງ​ຮອງປະທານທະນາຄານ​ໂລກ ສະເໜີ​ໃຫ້​ຫວຽດນາມ ສືບ​ຕໍ່​ສຸມ​ໃສ່​ການ​ປ່ອຍ​ເງິນ​ຢ່າງວ່ອງ​ໄວ​ ແລະ ມີ​ປະສິດທິ​ຜົນ​ສຳລັບແຫຼ່ງທຶນ​ໜູນ​ຊ່ວຍ​ຂອງ​ທະນາຄານ​ໂລກ.