ກ່າວຄຳເຫັນທີ່ກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຖືກວ່າ: ເພື່ອປະຕິບັດວຽກງານສົມທົບລະຫວ່າງ ສອງອົງການໃຫ້ດີກ່ວາອີກໃນໄລຍະຈະມາເຖິງ, ໜຶ່ງໃນບັນດາບົດຮຽນສຳຄັນ ທີ່ຖອດຖອນມາໄດ້ນັ້ນ ແມ່ນເສີມຂະຫຍາຍປະສິດທິຜົນວຽກງານກໍ່ສ້າງແລະປັບປຸງກຸ່ມກ້ອນມະຫາສາມັກຄີທົ່ວປວງຊົນທັງຊາດ. ຄຽງຄູ່ກັນນັ້ນ, ລັດຖະບານຮັບເອົາຄຳເຫັນປະກອບໄຈແຍກຕີລາຄາ ຂອງ ແນວໂຮມປະເທດຊາດ ຫວຽດນາມ, ແກ້ໄຂບັນຫາຮ້ອນເຮັ່ງຂອງປະຊາຊົນ. ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ:
ກ່ອນອື່ນໝົດ, ສືບຕໍ່ສົມທົບກັນເພື່ອຂົນຂວາຍຈັດຕັ້ງ, ຍົກສູງຄວາມຮັບຮູ້ຂອງປະຊາຊົນໃນການປ້ອງກັນ ແລະ ຄວບຄຸມເຊື້ອ CoVid – 19. ທີ 2 ແມ່ນສືບຕໍ່ຜັນຂະຫຍາຍຄຳສັ່ງຂອງກົມການເມືອງ, ຄະນະເລຂາເພື່ອປ່ຽນໃໝ່ເນື້ອໃນຮູບການເຄື່ອນໄຫວຂອງແນວໂຮມປະເທດຊາດ ຫວຽດນາມ ແລະ ບັນດາອົງການຈັດຕັ້ງມະຫາຊົນ, ປະກອບສ່ວນເສີມຂະຫຍາຍທີ່ຕັ້ງບົດບາດຂອງແນວໂຮມປະເທດຊາດ ຫວຽດນາມ, ຂອງທັງລະບົບການເມືອງ