ທ່ານນາຍົກລັດຖະມົນຕີ ຫງວຽນຊວັນ​ຟຸກ ​ເປັນ​ປະທານ​ກອງປະຊຸມ​ຄະນະ​ປະຈໍາ​​ລັດຖະບານ​ກ່ຽວກັບ​ການ​ປ້ອງ​ກັນ, ສະກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19

Chia sẻ
(VOVWORLD) -   ຕອນເຊົ້າວັນທີ 11 ກັນຍາ, ຢູ່ສໍານັກງານລັດຖະບານ, ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈໍາລັດຖະບານກ່ຽວກັບການປ້ອງກັນ, ສະກັດກັ້ນໂລກລະບາດໂຄວິດ - 19. 
 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນ​ຟຸກ ​ເປັນ​ປະທານ​ກອງປະຊຸມ​ຄະນະ​ປະຈໍາ​​ລັດຖະບານ​ກ່ຽວກັບ​ການ​ປ້ອງ​ກັນ, ສະກັດ​ກັ້ນ​ໂລກລະບາດ​ໂຄ​ວິດ - 19 - ảnh 1ທ່ານນາຍົກລັດຖະມົນຕີຫວຽດນາມ ຫງວຽນຊວັນຟຸກ ເປັນປະທານກອງປະຊຸມຄະນະປະຈໍາລັດຖະບານ (ພາບ: VGP)

     ທ່ານນາຍົກລັດຖະມົນຕີ ແຈ້ງໃຫ້ຊາບວ່າ 9 ວັນແລ້ວທີ່ ຫວຽດນາມ ບໍ່ມີຜູ້ຕິດເຊື້ອພະຍາດໂຄວິດ - 19 ໃໝ່ຕ່ື່ມອີກໃນຊຸມຊົນ ແລະ ການເຄື່ອນໄຫວດໍາເນີນທຸລະກິດໄດ້ກັບມາຟົດຟື້ນຄືນໃໝ່, ນັບທັງຢູ່ນະຄອນດ່າໜັງ ເຊິ່ງແມ່ນບ່ອນແຜ່ໂລກລະບາດ.

        ໃນສະພາບການປະຕິບັດເປົ້າໝາຍຄວບຄູ່,  ທ່ານນາຍົກລັດຖະມົນຕີ ຮຽກຮ້ອງໃຫ້ບັນດາກະຊວງ, ຂະແໜງການ, ທ້ອງຖິ່ນ ຕ້ອງສືບຕໍ່ຍົກສູງສະຕິລະວັງຕົວ, ພິເສດແມ່ນກວດພົບບັນດາກໍລະນີຕິດເຊື້ອໄດ້ຢ່າງທັນການ. ຂະແໜງສາທາລະນະສຸກຕ້ອງຍົກສູງຄວາມຮັບຜິດຊອບຕໍ່ພັກ, ລັດ ແລະ ປະຊາຊົນ. ສໍາລັບຊາວຕ່າງປະເທດທີ່ອະນຸຍາດເຂົ້າມາປະເທດຫວຽດນາມນັ້ນ ຕ້ອງ ມີມາດຕະການກວດສຸຂະພາບຢ່າງເຄັ່ງຄັດ, ເໝາະສົມ, ບົນເນື້ອໃນຈິດໃຈທັງຮັບປະກັນຄວາມປອດໄພ, ທັງສ້າງເງື່ອນໄຂສະດວກໃຫ້ບັນດານັກລົງທຶນ, ນັກຊ່ຽວຊານ.

ຕອບກັບ