ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ບັນດາຂະແໜງການ, ທ້ອງຖິ່ນຕ້ານໂລກລະບາດຢ່າງທັນການ, ມີປະສິດທິຜົນ

Chia sẻ
(VOVWORLD) - ຕອນຄ່ຳວັນທີ 29 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເປັນປະທານກອງປະຊຸມຄະນະປະຈຳລັດຖະບານກັບຄະນະຊີ້ນຳແຫ່ງຊາດກ່ຽວກັບການປ້ອງກັນ, ຕ້ານໂລກລະບາດ. 
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ບັນດາຂະແໜງການ, ທ້ອງຖິ່ນຕ້ານໂລກລະບາດຢ່າງທັນການ, ມີປະສິດທິຜົນ - ảnh 1ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ສະເໜີໃຫ້ບັນດາຂະແໜງການ, ທ້ອງຖິ່ນຕ້ານໂລກລະບາດຢ່າງທັນການ, ມີປະສິດທິຜົນ (ພາບ: TTXVN)

  ນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ໄດ້ຮຽກຮ້ອງບັນດາທ້ອງຖິ່ນທີ່ກວດພົບຜູ້ຕິດເຊື້ອລາຍໃໝ່ ຕ້ອງປະຕິບັດການປິດລ້ອມບໍລິເວນເພື່ອສະກັດກັ້ນໂລກລະບາດ; ສົມທົບກັບບັນດາອົງການສາທາລະນະສຸກ, ທະຫານ, ຕຳຫລວດຢ່າງແໜ້ນແຟ້ນ ເດັດຂາດບໍ່ປະໃຫ້ການເຄື່ອນໄຫວປ້ອງກັນ, ຕ້ານໂລກລະບາດຖືກຂາດວັກຂາດຕອນ. ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ:

      “ຂ້າພະເຈົ້າຮຽກຮ້ອງທຸກຂັ້ນ, ທຸກຂະແໜງການຕ້ອງໃກ້ຊິດຕິດແທດກັບສະພາບການ, ກະກຽມບັນດາແຜນການຢ່າງວ່ອງໄວ ເພື່ອຮັບມືກັບການແຜ່ລະບາດໂຄວິດ-19 ຮອບໃໝ່. ບົນຈິດໃຈຫວຽດນາມ, ຄວາມຕັດສິນໃຈຂອງທຸກຂັ້ນ, ທຸກຂະແໜງການ ແລະ ປະຊາຊົນໃນການປ້ອງກັນ, ຕ້ານໂລກລະບາດ ມີປະສິດທິຜົນ, ທັນການ ນັ້ນແມ່ນຜົນງານເພື່ອຂ່ຳນັບຮັບຕ້ອນຜົນສຳເລັດກອງປະຊຸມໃຫຍ່ຜຸ້ແທນທົ່ວປະເທດຄັ້ງທີ XIII ຂອງພັກ.

ຕອບກັບ