ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ມຽນມາ

Chia sẻ
(VOVWORLD) -ຕອນບ່າຍວັນທີ 17 ທັນວາ, ໂດຍສືບຕໍ່ການຢ້ຽມຢາມ ມຽນມາ ຢ່າງເປັນທາງການ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ໄປຢ້ຽມຢາມສະຖານທູດ, ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ມຽນມາ ທີ່ນະຄອນ Yangon.
ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ມຽນມາ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ພົບປະກັບປະຊາຄົມຊາວ ຫວຽດນາມ ອາໄສຢູ່ ມຽນມາ (ພາບ: TTXVN)

 ກ່າວຄຳເຫັນນະທີ່ນີ້, ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ເນັ້ນໜັກວ່າ: ພັກ, ລັດຍາມໃດກໍ່ເອົາໃຈໃສ່ເຖິງປະຊາຄົມຊາວ ຫວຽດນາມ ອາໄສຢູ່ຕ່າງປະເທດ. ທ່ານເນັ້ນໜັກວ່າ ປີ 2020 ແມ່ນປີ ຫວຽດນາມ ເປັນປະທານ ອາຊຽນ ແລະ ເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ສະຖານທູດ ຫວຽດນາມ ປະຈຳ ມຽນມາ ປະກອບສ່ວນເຂົ້າໃນການປະຕິບັດບັນດາໜ້າທີ່ພົວພັນຕ່າງປະເທດນີ້ເປັນຢ່າງດີ. ພ້ອມກັນນັ້ນ ແມ່ນໜູນຊ່ວຍວິສາຫະກິດ 2 ປະເທດ ຍູ້ແຮງການຮ່ວມມືດ້ານການຄ້າ ແລະ ການລົງທຶນ; ມີການພົວພັນກັບລັດຖະບານ ມຽນມາ ໃຫ້ດີກ່ວານີ້ອີກ ເພື່ອໃຫ້ນັກລົງທຶນ ຫວຽດນາມ ທຳມາຫາກິນຍາວນານ ແລະ ພັດທະນາຢູ່ ມຽນມາ. ສະຖານທູດ ຫວຽດນາມ ປະຈຳ ມຽນມາ ກໍ່ຄວນສືບຕໍ່ເອົາໃຈໃສ່, ໜູນຊ່ວຍຊາວ ຫວຽດນາມ ອາໄສຢູ່ ມຽນມາ, ປະຕິບັດໜ້າທີ່ປົກປ້ອງພົນລະເມືອງ, ຊ່ວຍປະຊາຊົນ ຫວຽດນາມ ເຊື່ອມຕົວເຂົ້າກັບປະເທດປະຈຳຖິ່ນເປັນຢ່າງດີ, ເຄົາລົບກົດໝາຍ ແລະ ລົງທຶນດຳເນີນທຸລະກິດຢ່າງມີປະສິດທິຜົນ. ທ່ານນາຍົກລັດຖະມົນຕີຮຽກຮ້ອງໃຫ້ສະຖານທູດ ຊ່ວຍເຫຼືອຊາວ ຫວຽດນາມ ອາໄສຢູ່ ມຽນມາ ໃນການຮັກສາມູນເຊື້ອຂອງຊາດ, ຈັດຕັ້ງບັນດາການເຄື່ອນໄຫວວັດທະນະທຳ ເພື່ອໃຫ້ປະຊາຄົມພ້ອມກັນຮ່ວມແຮງຮ່ວມໃຈ, ສາມັກຄີ, ມີສະພາບການດຳລົງຊີວິດເປັນຢ່າງດີ, ເສີມຂະຫຍາຍບັນດາຄຸນຄ່າວັດທະນະທຳອັນດີງາມຂອງ ຫວຽດນາມ.

ຕອບກັບ