ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບສາດສະດາຈານມະຫາວິທະຍາໄລ Harvard, ອາເມລິກາ

Chia sẻ

(VOVWORLD) -  ຕອນບ່າຍວັນທີ 05 ທັນວາ, ທີ່ສຳນັກງານລັດຖະບານ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວນຟຸກ ໄດ້ໃຫ້ການຕ້ອນຮັບທ່ານສາດສະດາຈານ Thomas Vallely, ຫົວໜ້າໂຄງການ ຫວຽດນາມ ປະຈຳມະຫາວິທະຍາໄລ Harvard, ທັງເປັນປະທານກອງທຶນເພື່ອການສຶກສາ ຫວຽດນາມ.

ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຕ້ອນຮັບສາດສະດາຈານມະຫາວິທະຍາໄລ Harvard, ອາເມລິກາ - ảnh 1  ທີ່ການຕ້ອນຮັບ (ພາບ: VGP)

        ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຢືນຢັນວ່າ ການສຶກສາ ແລະ ບຳລຸງສ້າງ ແມ່ນໜຶ່ງໃນບັນດາບຸລິມະສິດໃນການພົວພັນຮ່ວມມືລະຫວ່າງ ຫວຽດນາມ - ອາເມລິກາ. ທ່ານນາຍົກລັດຖະມົນຕີກໍ່ຕີລາຄາສູງຄຸນນະພາບຄູສອນຂອງມະຫາວິທະຍາໄລ Fulbright, ແລະ ໃຫ້ຮູ້ວ່າ: ບັນດາຄຳເຫັນປະກອບຂອງຖັນແຖວຄູອາຈານເຫຼົ່ານັ້ນ ໄດ້ມີຜົນກະທົບໃດໜຶ່ງ, ຊຸກຍູ້ການພັດທະນາຂອງ ຫວຽດນາມ.

        ສ່ວນທ່ານສາດສະດາຈານ Thomas Vallely ໄດ້ສະແດງຄວາມຂອບໃຈລັດຖະບານ ຫວຽດນາມ ທີ່ໄດ້ຕັ້ງໜ້າໜູນຊ່ວຍການສ້າງຕັ້ງມະຫາວິທະຍາໄລ Fullbright ຄື: ອອກໃບຢັ້ງຢືນ, ໃບອະນຸຍາດ ແລະ ພິເສດແມ່ນທີ່ດິນ. ທ່ານ Thomas Vallely ຢືນຢັນວ່າ: ຈະນຳມະຫາວິທະຍາໄລ Fullbright ໃຫ້ກາຍເປັນຮາກຖານບຳລຸງສ້າງມີອິດທິພົນຊື່ສຽງ, ມີຄຸນນະພາບໃນຂົງເຂດນະໂຍບາຍສາທາລະນະ.

 

ຕອບກັບ