ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ຕີ​ລາ​ຄາ​ສູງ​ການ​ໜູນ​ຊ່ວຍ​ຂອງ ຫວຽດ​ນາມ ໃນ​ຂົງ​ເຂດ​ກະ​ສິ​ກຳ

Chia sẻ
(VOVWORLD) -ໃນຂອບເຂດການຢ້ຽມຢາມ ແລະ ເຮັດວຽກຢູ່ລາວ, ຕອນເຊົ້າວັນທີ 28 ທັນວາຢູ່ນະຄອນຫຼວງ ວຽງຈັນ, ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລມິງຮວານ ໄດ້ເຂົ້າຢ້ຽມຂ່ຳນັບທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ລາວ ຕີ​ລາ​ຄາ​ສູງ​ການ​ໜູນ​ຊ່ວຍ​ຂອງ ຫວຽດ​ນາມ ໃນ​ຂົງ​ເຂດ​ກະ​ສິ​ກຳ - ảnh 1ທ່ານລັດຖະມົນຕີກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ເລມິງຮວານ

ທີ່ການພົບປະ, ທ່ານລັດຖະມົນຕີ ເລມິງຮວານ ໄດ້ລາຍງານໃຫ້ທ່ານນາຍົກລັດຖະມົນຕີ ລາວ ຮັບຊາບກ່ຽວກັບໝາກຜົນການປະຊຸມ ປະຈຳປີ 2022 ລະຫວ່າງສອງກະຊວງ, ໝາກຜົນການຜັນຂະຫຍາຍໂຄງການຕ່າງໆຈາກແຫຼ່ງອຸປະຖຳຂອງລັດຖະບານ ຫວຽດນາມ ທີ່ສະຫງວນໃຫ້ລາວ; ທ່ານຢັ້ງຢືນວ່າ ບັນດາໂຄງການດັ່ງກ່າວໄດ້ນຳມາເຊິ່ງປະສິດທິຜົນຢ່າງແທດຈິງໃນການຮ່ວມມືລະຫວ່າງສອງປະເທດ.

ທ່ານນາຍົກລັດຖະມົນຕີ ລາວ ພັນຄຳ ວິພາວັນ ໄດ້ສະແດງຄວາມຂອບໃຈຕໍ່ຫວຽດນາມ ທີ່ໄດ້ຊ່ວຍເຫຼືອລາວ ໃນການປະຕິຮູບດິນນາ, ກໍ່ສ້າງຊົນລະປະທານ ແລະ ເຕັກນິກໃນການປູກເຂົ້າໃຫ້ມີສະມັດຕະພາບສູງ; ທ່ານຫວັງວ່າ ກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ຈະສືບຕໍ່ໜູນຊ່ວຍ, ເພີ່ມທະວີການຮ່ວມມືດ້ານກະສິກຳປ່າໄມ້ ໃຫ້ຫຼາຍກ່ວາອີກໃນໄລຍະຈະມາເຖິງ.

ກ່ອນໜ້ານັ້ນ, ທີ່ກອງປະຊຸມປະຈຳປີ 2022 ທີ່ໄດ້ດຳເນີນໃນວັນທີ 27 ທັນວາ ຢູ່ນະຄອນຫຼວງວຽງຈັນ, ການກຳກະຊວງກະສິກຳ ແລະ ພັດທະນາຊົນນະບົດ ຫວຽດນາມ ກັບກະຊວງກະສິກຳປ່າໄມ້ ລາວ ໄດ້ເຊັ່ນເອກະສານຮ່ວມມືຫຼາຍສະບັບໃນຂົງເຂດກະສິກຳປ່າໄມ້ ແລະ ພັດທະນາຊົນນະບົດ.

ຕອບກັບ