ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະຫະພັນ ບັນດາ ສະມາຄົມ ຜູ້ຮັບ ຈັດການ ຂົນສົ່ງ​ສາກົນ​

Chia sẻ
(VOVWORLD) - ທ່ານ Ivan Petrov ເນັ້ນໜັກວ່າ ຫວຽດນາມແມ່ນສະຖານທີ່ມີຄວາມປອດໄພທີ່ສຸດ ແລະ ມີຄວາມສາມາດບົ່ມຊ້ອນເພື່ອລົງທຶນ. ທ່ານຖືວ່າ ການຈັດກອງປະຊຸມໃຫຍ່ປະຈຳປີ FIATA 2025
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ໃຫ້​ການ​ຕ້ອນ​ຮັບ​ປະ​ທານ​ສະຫະພັນ ບັນດາ ສະມາຄົມ ຜູ້ຮັບ ຈັດການ ຂົນສົ່ງ​ສາກົນ​ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານ   Ivan Petrov, ປະທານສະຫະພັນ ບັນດາສະມາຄົມ ຜູ້ຮັບ ຈັດການ ຂົນສົ່ງສາກົນ (FIATA) (ພາບ: VGP)

ຕອນບ່າຍວັນທີ 12 ກໍລະກົດ, ຢູ່ຮ່າໂນ້ຍ, ກ່າວຄຳເຫັນທີ່ການຕ້ອນຮັບທ່ານ   Ivan Petrov, ປະທານສະຫະພັນ ບັນດາສະມາຄົມ ຜູ້ຮັບ ຈັດການ ຂົນສົ່ງສາກົນ (FIATA), ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ຕີລາຄາສູງເລື່ອງສະຫະພັນ ໄດ້ໜູນຊ່ວຍສະຫະສະມາຄົມວິສາຫະກິດການບໍລິການ logistics ຫວຽດນາມ ໃນການຈັດກອງປະຊຸມໃຫຍ່ປະຈຳປີ FIATA ໃນປີ 2025 ຢູ່ຮ່າໂນ້ຍ, ສະເໜີໜູນຊ່ວຍ ຫວຽດນາມ ໃນການສ້າງຍຸດທະສາດພັດທະນາການບໍລິການ logistics ຫວຽດນາມ ຮອດປີ 2035, ວິໄສທັດຮອດປີ 2045, ແບ່ງປັນວິໄສທັດ, ຈິນຕະນາການ, ໃຫ້ຄຳປຶກສາດ້ານນະໂຍບາຍ, ປະສົບການໃນການຮ່ວມມືສາກົນ, ຮຽກຮ້ອງໃຫ້ວິສາຫະກິດລົງທຶນເຂົ້າໃນບັນດາທ່າກຳປັ່ນທະເລໃຫຍ່, ໜູນຊ່ວຍການບຳລຸງສ້າງບຸກຄະລາກອນ, ເຕັກໂນໂລຢີ, ຍົກສູງຄວາມສາມາດບົ່ມຊ້ອນໃນການແກ້ງແຍ້ງ ແລະ ຄຸນນະພາບການບໍລິການ logistics ຂອງ ຫວຽດນາມໃຫ້ຫຼາຍກ່ວາອີກ. ທ່ານນາຍົກລັດຖະມົນຕີ ຢັ້ງຢືນວ່າ ລັດຖະບານ ຫວຽດນາມ ໃຫ້ຄຳໝັ້ນສັນຍາຈະຮ່ວມເດີນທາງກັບບັນດາຄູ່ຮ່ວມມືທັງຢູ່ພາຍໃນ ແລະ ຕ່າງປະເທດ, ໜູນຊ່ວຍ, ສ້າງທຸກຄວາມສະດວກ ໃຫ້ແກ່ການເຄື່ອນໄຫວຮ່ວມມືເສດຖະກິດ - ການລົງທຶນ - ການຄ້າ - ການບໍລິການ, ໃນນັ້ນ, ມີການຮ່ວມມືພັດທະນາການບໍລິການ logistics.

ສ່ວນທ່ານ Ivan Petrov ໄດ້ເນັ້ນໜັກວ່າ ຫວຽດນາມແມ່ນສະຖານທີ່ມີຄວາມປອດໄພທີ່ສຸດ ແລະ ມີຄວາມສາມາດບົ່ມຊ້ອນເພື່ອລົງທຶນ. ທ່ານຖືວ່າ ການຈັດກອງປະຊຸມໃຫຍ່ປະຈຳປີ FIATA 2025, ກໍ່ຄືເລື່ອງ FIATA ເພີ່ມທະວີການຮ່ວມມືກັບບັນດາອົງການຂອງ ຫວຽດນາມ ຈະປະກອບສ່ວນຊຸກຍູ້ການພັດທະນາ, ຫັນເປັນດີຈີຕອນ, ຫັນຂະແໜງ  logistics ຢູ່ຫວຽດນາມ ເປັນສີຂຽວ, ຊ່ວຍໃຫ້ ຫວຽດນາມ ກາຍເປັນສູນກາງ ກ່ຽວກັບ logistics, ການຂົນສົ່ງ ຫຼາຍພາຫະນະທີ່ໃຫຍ່ກ່ວາເກົ່າ.

ຕອບກັບ