ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ​ໃຫ້​ການ​ຕ້ອນ​ຮັບ​ທ່ານຮອງ​ປະ​ທາ​ນາ​ທິ​ບໍ​ດີ ສ.ອາບ​ຟ​ຼິກ​ກາ Paul Mashatile

Chia sẻ
(VOVWORLD) - ຕອນບ່າຍວັນທີ 14 ທັນວາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານຮອງປະທານາທິບໍດີ ສ.ອາບຟຼິກກາ Paul Mashatile ທີ່ພວມຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິງ ​ໃຫ້​ການ​ຕ້ອນ​ຮັບ​ທ່ານຮອງ​ປະ​ທາ​ນາ​ທິ​ບໍ​ດີ ສ.ອາບ​ຟ​ຼິກ​ກາ Paul Mashatile - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໃຫ້ການຕ້ອນຮັບທ່ານຮອງປະທານາທິບໍດີ ສ.ອາບຟຼິກກາ Paul Mashatile (ພາບ: TTXVN)

ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ ຄວາມສາມາດບົ່ມຊ້ອນ ໃນການຮ່ວມມືລະຫວ່າງສອງປະເທດ ຍັງໃຫຍ່ຫຼວງທີ່ສຸດ. ດັ່ງນັ້ນ, ທ່ານນາຍົກລັດຖະມົນຕີ ສະເໜີ ໃນໄລຍະຈະມາເຖິງ ສອງຝ່າຍຄວນເພີ່ມທະວີການພົບປະແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ບັນດາກົນໄກ, ຍົກສູງປະສິດທິຜົນໃນການຮ່ວມມື ກ່ຽວກັບດ້ານເສດຖະກິດ, ການຄ້າ, ການລົງທຶນ, ຄົ້ນຄ້ວາຍົກລະດັບບັນດາກົນໄກຮ່ວມມື.  ພ້ອມກັນນັ້ນ, ສອງຝ່າຍຄວນຄົ້ນຄ້ວາ, ເຈລະຈາສັນຍາການຄ້າເສລີ ຫວຽດນາມ - ອາບຟຼິກກາໃຕ້ ໂດຍໄວ; ເປີດປະຕູຕະຫຼາດໃຫ້ແກ່ສິນຄ້າປະເພດທີ່ເປັນທ່າແຮງຂອງ ກັນຄື: ຜະລິດຕະພັນກະສິກຳ, ເອເລັກໂຕນິກ, ຕ່ຳແຜ່ນຕັດຫຍິບ; ຍູ້ແຮງການຮ່ວມມືໃນບັນດາຂົງເຂດຫັນເປັນດີຈີຕອນ, ຫັນເປັນສີຂຽວ, ພະລັງງານທົດແທນ; ບໍ່ແຮ່, ການຢາ…

ສ່ວນທ່ານຮອງປະທານາທິບໍດີ ອາບຟຼິກກາກໍ່ ຕີລາຄາສູງ ບັນດາຜົນສຳເລັດໃນການພັດທະນາເສດຖະກິດ - ສັງຄົມ ແລະ ທີ່ຕັ້ງສາກົນ ທີ່ນັ້ບມື້ນັບສູງຂຶ້ນຂອງ ຫວຽດນາມ, ທ່ານຢັ້ງຢືນວ່າ ການຢ້ຽມຢາມຫວຽດນາມ ຄັ້ງນີ້ ແມ່ນຂີດໝາຍສຳຄັນ ເພື່ອຍູ້ແຮງການຮ່ວມມືລະຫວ່າງສອງປະເທດ, ເປັນຕົ້ນແມ່ນບັນດາຂອບເຂດຮ່ວມມືໃໝ່ທີ່ແທດຈິງ, ມີປະສິດທິຜົນສູງ.

ຕອບກັບ