ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມວັນບຸນເລີ່ມ startup ລະດັບຊາດຂອງນັກຮຽນ, ນັກສຶກສາຄັ້ງທີ 6

Chia sẻ
(VOVWORLD) - ຍຸດທະສາດພັດທະນາເສດຖະກິດ - ສັງຄົມໄລຍະ 2021 – 2030 ຂອງ ຫວຽດນາມ ກຳນົດການພັດທະນາແຫຼ່ງຊັບພະຍາກອນມະນຸດ ຕິດພັນກັບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ  ແມ່ນໜຶ່ງໃນ 3 ຂອດບຸກທະລຸຍຸດທະສາດ
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມວັນບຸນເລີ່ມ startup ລະດັບຊາດຂອງນັກຮຽນ, ນັກສຶກສາຄັ້ງທີ 6 - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່າວຄຳເຫັນທີ່ເຫດການ)

ຕອນເຊົ້າວັນທີ 12 ພຶດສະພາ, ຢູ່ນະຄອນ ເກິນເທີ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ເຂົ້າຮ່ວມວັນບຸນເລີ່ມ startup ລະດັບຊາດຂອງນັກຮຽນ, ນັກສຶກສາຄັ້ງທີ 6. ເຫດການຈັດຂຶ້ນເພື່ອແນໃສ່ຮ່ວມແຮງຮ່ວມໃຈປະຕິບັດແຜນຮ່າງ “ໜູນຊ່ວຍນັກຮຽນ, ນັກສຶກສາເລີ່ມ startup ຮອດປີ 2025”.

ກ່າວຄຳເຫັນທີ່ເຫດການ, ທ່ານນາຍົກລັດຖະມົນຕີ ເນັ້ນໜັກວ່າ: ຍຸດທະສາດພັດທະນາເສດຖະກິດ - ສັງຄົມໄລຍະ 2021 – 2030 ຂອງ ຫວຽດນາມ ກຳນົດການພັດທະນາແຫຼ່ງຊັບພະຍາກອນມະນຸດ ຕິດພັນກັບວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ  ແມ່ນໜຶ່ງໃນ 3 ຂອດບຸກທະລຸຍຸດທະສາດ, ແມ່ນລັດຖະນະໂຍບາຍແຖວໜ້າໃຫ້ແກ່ການພັດທະນາປະເທດຢ່າງວ່ອງໄວ ແລະ ຍືນຍົງ. ເພື່ອການເຄື່ອນໄຫວເລີ່ມ startup ໃນນັກຮຽນ, ຮັກສຶກສາພັດທະນາຢ່າງກະໂດດຂັ້ນ, ກາຍເປັນຂະບວນການໃນທົ່ວປະເທດຢ່າງແທ້ຈິງນັ້ນ, ທ່ານນາຍົກລັດຖະມົນຕີ ໃສ່ໃຈວ່າ, ຕ້ອງເຊື່ອມຕໍ່ບັນດາສູນໜູນຊ່ວຍນັກສຶກສາເລີ່ມ startup ໃນບັນດາມະຫາວິທະຍາໄລ, ບັນດາຮາກຖານການສຶກສາວິຊາຊີບ ກັບບັນດາສູນເລີ່ມ startup ຢູ່ທ້ອງຖິ່ນຕ່າງໆ… ພ້ອມກັນນັ້ນ, ທ່ານນາຍົກລັດຖະມົນຕີສະເໜີສຸມໃສ່ນະວັດຕະກຳໃນຂະແໜງສຶກສາ, ໂດຍສະເພາະແມ່ນ ສ້າງສຳເລັດການຊຸກຍູ້ພັດທະນາບັນດາສູນບຳລຸງສ້າງ ແລະ ໜູນຊ່ວຍ startup.

ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ເຂົ້າຮ່ວມວັນບຸນເລີ່ມ startup ລະດັບຊາດຂອງນັກຮຽນ, ນັກສຶກສາຄັ້ງທີ 6 - ảnh 2ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ໂອມົນ
(ພາບ: TTXVN)

 ຕອນບ່າຍວັນດຽວກັນ, ເພື່ອກະກຽມໃຫ້ແກ່ກອງປະຊຸມສະໄໝສາມັນເທື່ອທີ 7, ສະພາແຫ່ງຊາດ ຫວຽດນາມ ຊຸດທີ XV. ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພ້ອມກັບຄະນະສະມາຊິກສະພາແຫ່ງຊາດນະຄອນ ເກິນເທີ ໄດ້ພົບປະກັບຜູ້ມີສິດເລືອກຕັ້ງເມືອງ ໂອມົນ, ນະຄອນ ເກີນເທີ, ເພື່ອແນໃສ່ແຂ້ງລາບການຂອງກອງປະຊຸມ, ເຊິ່ງຄາດວ່າຈະຈັດຂຶ້ນໃນວັນທີ 20 ພຶດສະພາ ຈະມາເຖິງ; ຮັບຟັງ, ຮັບຮູ້ບັນດາຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ; ໃຫ້ຄຳຕອບ ແລະ ສົ່ງເຖິງທຸກຂັ້ນ, ອົງການທີ່ກ່ຽວເພື່ອແກ້ໄຂບັນດາຄຳເຫັນ, ຂໍ້ສະເໜີແນະຂອງຜູ້ມີສິດເລືອກຕັ້ງ.

 

ຕອບກັບ