ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິ໊ງ: ລັດ​ຖະ​ບານ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ຢ່າງ​ສຸດ​ຂີດ​ເພື່ອ​ໃຫ້​ນະ​ຄອນ ໂຮ່​ຈີ​ມິນ ແລະ ບັນ​ດາ​ແຂວງ​ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ​ຖອຍ​ໄປໂດຍ​ໄວ

Chia sẻ
(VOVWORLD) - ຕອນຄ່ຳວັນທີ 23 ກໍລະກົດ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິ໊ງ ໄດ້ເປັນປະທານກອງປະຊຸມແບບທາງໄກ ລະຫວ່າງຄະນະປະຈຳລັດຖະບານ ກັບ 21 ແຂວງ, ນະຄອນທາງພາກໃຕ້ ແລະ ຕອນໃຕ້ພາກກາງ ທີ່ໂຄວິດ - 19 ພວມແຜ່ລະບາດຢ່າງສັບສົນ ເພື່ອຕີລາຄາກ່ຽວກັບສະພາບການ ພາຍຫຼັງປະຕິບັດການແຍກຫ່າງສັງຄົມຕາມຄຳສັ່ງຂອງນາຍົກລັດຖະມົນຕີ ແລະ ໂທລະເລກອອກວັນທີ 21 ກໍລະກົດ ຂອງຄະນະປະຈຳຄະນະເລຂາສູນກາງພັກທີ່ໄດ້ປະກາດໃຊ້ໃນວັນທີ 21 ກໍລະກົດ ກ່ຽວກັບການສືບຕໍ່ເພີ່ມທະວີວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຟ້າມ​ມິງ​ຈິ໊ງ: ລັດ​ຖະ​ບານ​ສືບ​ຕໍ່​ສ້າງ​ເງື່ອນ​ໄຂ​ຢ່າງ​ສຸດ​ຂີດ​ເພື່ອ​ໃຫ້​ນະ​ຄອນ ໂຮ່​ຈີ​ມິນ ແລະ ບັນ​ດາ​ແຂວງ​ຍູ້​ໂລກ​ລະ​ບາດ​ໂຄວິດ - 19 ​ຖອຍ​ໄປໂດຍ​ໄວ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

  ສະຫຼຸບກອງປະຊຸມ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິ໊ງ ຢັ້ງຢືນວ່າໃຫ້ບຸລິມະສິດອັນດັບໜຶ່ງໃຫ້ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງທີ່ໂລກລະບາດພວມມີການຜັນແປຢ່າງສັບສົນໃນຈຸດເວລານີ້ ແມ່ນປ້ອງກັນ, ຕ້ານໂລກລະບາດໂຄວິດ - 19, ແຕ່ບ່ອນໃດຕອບສະໜອງໄດ້ຄວາມຮຽກຮ້ອງຕ້ອງການ, ຄວາມປອດໄພໃນການປ້ອງກັນ, ຕ້ານໂລກລະບາດ ຍັງສືບຕໍ່, ຟື້ນຟູການຜະລິດ. ລັດຖະບານ ສືບຕໍ່ສ້າງເງື່ອນໄຂຢ່າງສຸດຂີດເພື່ອໃຫ້ນະຄອນ ໂຮ່ຈີມິນ ແລະ ບັນດາແຂວງ ຍູ້ໂລກລະບາດໃຫ້ຖອຍໄປໂດຍໄວ, ນຳຊີວິດ ແລະ ການຜະລິດກັບຄືນສູ່ເປັນປົກກະຕິໂດຍໄວ. ເພື່ອປ້ອງກັນ, ຕ້ານໂລກລະບາດຢ່າງມີປະສິດທິຜົນໃນໄລຍະຈະມາເຖິງ, ທ່ານນາຍົກລັດຖະມົນຕີສະເໜີໃຫ້ບັນດາທ້ອງຖິ່ນ ຈົ່ງເພີ່ມທະວີການເຄື່ອນໄຫວຂອງບັນດາໜ່ວຍງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໃນຊຸມຊົນ; ສືບຕໍ່ສ້າງຕັ້ງບັນດາສູນກູ້ໄພກູ້ຊີບ, ຊ່ວຍເຫຼືອປະຊາຊົນ ແລະ ວິສາຫະກິດ; ກະກຽມແຫຼ່ງຊັບພະຍາກອນມະນຸດ, ພື້ນຖານທາງດ້ານວັດຖຸ, ປະກອບວັດຖຸອຸປະກອນການແພດຢ່າງທັນການ ແລະ ພຽງພໍ ເພື່ອຮັບປະກັນການສັບຊ້ອນແຫຼ່ງກຳລັງໃຫ້ເໝາະສົມ, ມີປະສິດທິຜົນ ແລະ ປະຢັດມັດທະຍັດ, ໃນນັ້ນ ຖືການປົກປັກຮັກສາສຸຂະພາບ ແລະ ຊີວິດອິນຊີຂອງປະຊາຊົນ ແມ່ນສຳຄັນເໜືອກວ່າສິ່ງໃດໝົດ.


 

ຕອບກັບ