ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ລົງກວດກາໂຮງໝໍກາງສະຫນາມປິ່ນປົວໃຫ້ຜູ້ຕິດເຊື້ອໂຄວິດ - 19 ຢູ່ ພາກເຫນືອ

Chia sẻ
(VOVWORLD) -ໂຮງໝໍແຫ່ງນີ້ ສວມບົດບາດສຳຄັນທີ່ສຸດໃນການຕໍ່ສູ້ຕ້ານໂຄວິດ -19 ພິເສດແມ່ນບ່ອນປິ່ນປົວໃຫ້ບັນດາຄົນເຈັບມີອາການຫນັກ 
ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ລົງກວດກາໂຮງໝໍກາງສະຫນາມປິ່ນປົວໃຫ້ຜູ້ຕິດເຊື້ອໂຄວິດ - 19 ຢູ່ ພາກເຫນືອ - ảnh 1ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ໃຫ້ກຳລັງໃຈແພດໝໍຢູ່ໂຮງໝໍກາງສະຫນາມ; (ພາບ:tuoitre)

ວັນທີ 31 ສິງຫາ, ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ເຂົ້າຮ່ວມພິທີສະຫລອງໂຮງໝໍກາງສະຫນາມປິ່ນປົວຜູ້ຕິດເຊື້ອໂຄວິດ -19 ຢູ່ ບໍລິເວນ ນະຄອນ ຮ່າໂນ້ຍ ແລະ ບາງແຂວງ ພາກເຫນືອ. ໂຮງໝໍກາງສະຫນາມ ໄດ້ຮັບການກໍ່ສ້າງໃນເນື້ອທີ່ 3,5 ເຮັກຕາ ພ້ອມກັບ ກວ່າ 500 ຕ່ຽງໃຫ້ຄົນເຈັບ ແລະ ອຸປະກອນການແພດທັນສະໄຫມຫລາຍຢ່າງ.

ທ່ານນາຍົກລັດຖະມົນຕີ ຟ້າມມີງຈິງ ຢືນຢັນ: ໂຮງໝໍນີ້ ສວມບົດບາດສຳຄັນທີ່ສຸດໃນການຕໍ່ສູ້ຕ້ານໂຄວິດ 19 ພິເສດແມ່ນບ່ອນປິ່ນປົວໃຫ້ບັນດາຄົນເຈັບມີອາການຫນັກ ສະນັ້ນ ໂຮງໝໍໄດ້ຮັບການກໍ່ສ້າງສຳເລັດໂດຍໄວ ຈະປະກອບສ່ວນຫລຸດຜ່ອນຈຳນວນຄົນເຈັບເສຍຊີວິດຍ້ອນໂລກລະບາດໃຫ້ຢູ່ໃນລະດັບຕ່ຳສຸດ.

ຕອບກັບ