ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານຮອງປະທານຄະນະປະຈຳສະພາຜູ້ແທນທົ່ວປະເທດ ສປ ຈີນ

Chia sẻ
(VOVWORLD) - ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຖືການພັດທະນາການພົວພັນມິດຕະພາບກັບ ຈີນ ແມ່ນການເລືອກເຟັ້ນຍຸດທະສາດ, ບຸລິມະສິດແຖວໜ້າໃນແນວທາງການພົວພັນຕ່າງປະເທດສັງລວມຂອງ ຫວຽດນາມ.
ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຕ້ອນຮັບທ່ານຮອງປະທານຄະນະປະຈຳສະພາຜູ້ແທນທົ່ວປະເທດ ສປ ຈີນ - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ແລະ ທ່ານ ຈາງຈິ໋ງໄຫວ, ຮອງປະທານຄະນະປະຈຳ ສະພາຜູ້ແທນທົ່ວປະເທດ ສປ ຈີນ
(ພາບ:VGP/Nhật Bắc)

ຕອນບ່າຍວັນທີ 8 ພຶດສະພາ, ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ໃຫ້ການຕ້ອນຮັບທ່ານ ຈາງຈິ໋ງໄຫວ, ຮອງປະທານຄະນະປະຈຳ ສະພາຜູ້ແທນທົ່ວປະເທດ ສປ ຈີນ ນຳໜ້າຄະນະຜູ້ແທນຂັ້ນສູງ ຈີນ ມາ ຫວຽດນາມ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 70 ປີແຫ່ງວັນໄຊຊະນະດ້ຽນບຽນຝູ (7/5/1954 – 7/5/2024). ທີ່ການຕ້ອນຮັບ, ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ຢັ້ງຢືນວ່າ: ຫວຽດນາມ ຍາມໃດກໍ່ຖືການພັດທະນາການພົວພັນມິດຕະພາບກັບ ຈີນ ແມ່ນການເລືອກເຟັ້ນຍຸດທະສາດ, ບຸລິມະສິດແຖວໜ້າໃນແນວທາງການພົວພັນຕ່າງປະເທດສັງລວມຂອງ ຫວຽດນາມ. ທ່ານນາຍົກລັດຖະມົນຕີ ສະເໜີວ່າ: ໄລຍະຈະມາເຖິງ, ສອງຝ່າຍສືບຕໍ່ເພີ່ມທະວີການພົບປະຂັ້ນສູງ ແລະ ທຸກຂັ້ນ, ຊຸກຍູ້ກົນໄກຫັນການພົວພັນແລກປ່ຽນ, ການຮ່ວມມືເປັນການ; ຍູ້ແຮງການເຊື່ອມຕໍ່ຍຸດທະສາດ, ສ້າງກຳລັງໜູນການເຕີບໂຕໃໝ່ໃຫ້ແກ່ການຮ່ວມມືລະຫວ່າງສອງປະເທດ, ໃນນັ້ນ, ບຸລິມະສິດການເຊື່ອມຕໍ່ທາງຄົມມະນາຄົມທາງບົກ, ທາງລົດໄຟ ຢູ່ບັນດາເຂດຊາຍແດນ, ທົດລອງດ່ານຊາຍແດນອັດສະລິຍະ; ຊຸກຍູ້ການເຊື່ອມຕໍ່ລະຫວ່າງ ຫວຽດນາມ ກັບບັນດາຍຸດທະສາດການພັດທະນາເຂດຂອງ ຈີນ; ຮ່ວມມືພັດທະນາໃນບັນດາຂົງເຂດຫາກໍ່ພົ້ນເດັ່ນ.

        ທ່ານ ຈາງຈິ໋ງໄຫວ, ຮອງປະທານຄະນະປະຈຳ ສະພາຜູ້ແທນທົ່ວປະເທດ ສປ ຈີນ ຢັ້ງຢືນວ່າ ຈີນ ຖືເປັນສຳຄັນການພັດທະນາການພົວພັນກັບ ຫວຽດນາມ, ຍາມໃດກໍ່ຖືນີ້ແມ່ນທິດທາງບຸລິມະສິດໃນຍຸດທະສາດພົວພັນຕ່າງປະເທດຖານບ້ານໃກ້ເຮືອນຄຽງສັງລວມຂອງຈີນ. ຈີນ ກຽມພ້ອມຊຸກຍູ້ການແລກປ່ຽນຄະນະຜູ້ແທນຂັ້ນສູງ, ເພີ່ມທະວີການເຊື່ອມຕໍ່ທາງຄົມມະນາຄົມລະຫວ່າງສອງປະເທດ; ເປີດກ້ວາງການນຳເຂົ້າສິນຄ້າ, ຜະລິດຕະພັນກະເສດ ຫວຽດນາມ; ເຮັດໃຫ້ການພົວພັນແລກປ່ຽນມິດຕະພາບ ແລະ ການຮ່ວມມືທີ່ແທດຈິງລະຫວ່າງອົງການນິຕິບັນຍັດສອງປະເທດເລິກເຊິ່ງກ່ວາອີກ.

ຕອບກັບ