ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ພົບ​ປະ​ກັບ​ທ່ານ​ນາງ​ຜູ້​ອຳ​ນວຍ​ການ​ໃຫຍ່ WTO Okonjo-Iweala

Chia sẻ
(VOVWORLD) - ທ່ານນາຍົກລັດຖະມົນຕີ ສະແດງຄວາມວິຕົກກັງວົນຕໍ່ລັດທິອາລັກຂາ ແລະ ມາດຖານໃໝ່ທີ່ກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດ, ຍົກໃຫ້ເຫັນ ຄວາມຫຍຸ້ງຍາກຈາກບັນດາຮົ້ວກີດຂວາງ ເຊິ່ງບັນດາພື້ນຖານເສດຖະກິດພວມພັດທະນາຕ້ອງປະເຊີນໜ້າ. 
ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ພົບ​ປະ​ກັບ​ທ່ານ​ນາງ​ຜູ້​ອຳ​ນວຍ​ການ​ໃຫຍ່ WTO Okonjo-Iweala - ảnh 1ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ພົບປະກັບທ່ານນາງ ອຳນວຍການໃຫຍ່ WTO Okonjo-Iweala  (ພາບ: VOV)

ວັນທີ 18 ມັງກອນ, ທີ່ການພົບປະກັບທ່ານນາງ ອຳນວຍການໃຫຍ່ WTO Okonjo-Iweala ຢູ່ Davos, ສະວິດ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ໄດ້ຢັ້ງຢືນວ່າ ໃນວິວັດການເຊື່ອມໂຍງເຂົ້າກັບສາກົນເວົ້າລວມ ແລະ ເຊື່ອມໂຍງເສດຖະກິດສາກົນເວົ້າສະເພາະ, ຫວຽດນາມ ຍາມໃດກໍ່ໄດ້ຮັບການຕີລາຄາສູງ ການຮ່ວມມື, ໜູນຊ່ວຍຂອງ WTO.

ທ່ານນາຍົກລັດຖະມົນຕີ ສະແດງຄວາມວິຕົກກັງວົນຕໍ່ລັດທິອາລັກຂາ ແລະ ມາດຖານໃໝ່ທີ່ກ່ຽວຂ້ອງເຖິງການປ່ຽນແປງຂອງດິນຟ້າອາກາດ, ຍົກໃຫ້ເຫັນ ຄວາມຫຍຸ້ງຍາກຈາກບັນດາຮົ້ວກີດຂວາງ ເຊິ່ງບັນດາພື້ນຖານເສດຖະກິດພວມພັດທະນາຕ້ອງປະເຊີນໜ້າ. ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ໄດ້ສະເໜີ ໃຫ້ WTO ປຶກສາຫາລືກັບບັນດາປະເທດພັດທະນາເພື່ອໜູນຊ່ວຍດ້ານເຕັກນິກ ໃຫ້ແກ່ບັນດາປະເທດພວມພັດທະນາ ແລະ ເນັ້ນໜັກວ່າຕ້ອງມີຂັ້ນຕອນທີ່ເໝາະສົມເພື່ອປະຕິບັດ.

ສ່ວນທ່ານນາງ Okonjo-Iweala ໄດ້ຕີລາຄາວ່າ ຫວຽດນາມ ແມ່ນປະເທດປະສົບຜົນສຳເລັດກ່ຽວກັບການບືນຕົວຂຶ້ນພັດທະນາເສດຖະກິດ - ສັງຄົມ, ຕີລາຄາສູງການຮ່ວມມື ຂອງ WTO ກັບ ຫວຽດນາມ. ກ່ຽວກັບຄວາມສົນໃຈຂອງທ່ານນາຍົກລັດຖະມົນຕີ, ທ່ານນາງ Okonjo-Iweala ປະກາດວ່າ ຫວ່າງແລ້ວນີ້ ຫາກໍ່ມີຄະນະນັກຊ່ຽວຊານຂອງ ຄະນະກຳມະການເອີລົບ ເຮັດວຽກ ກັບ WTO, ຮັບຟັງຄຳເຫັນຂອງບັນດາປະເທດພວມພັດທະນາ ແລະ WTO ຈະໜູນຊ່ວຍດ້ານເຕັກນິກຖ້າມີຄວາມຈຳເປັນ.

ຕອບກັບ