ທ່ານນາຍົກລັດຖະມົນຕີ ຝຣັ່ງ ເນັ້ນໜັກເຖິງການເຈລະຈາ ແລະ ຄວາມສາມັກຄີທົ່ວປວງຊົນທັງຊາດ

Chia sẻ
(VOVWORLD) - ສະພາບການຢູ່ໃຈກາງຂອງນະຄອນຫລວງ Paris ໄດ້ກັບຄືນສູ່ສະພາບເປັນປົກກະຕິໃນເວລາ 19 ໂມງ 30 ນາທີຂອງວັນທີ 08 ທັນວາ (ຕາມເວລາທ້ອງຖິ່ນ), 
ທ່ານນາຍົກລັດຖະມົນຕີ ຝຣັ່ງ ເນັ້ນໜັກເຖິງການເຈລະຈາ ແລະ ຄວາມສາມັກຄີທົ່ວປວງຊົນທັງຊາດ - ảnh 1 ທ່ານນາຍົກລັດຖະມົນຕີ ຝຣັ່ງ Edouard Philippe  (ພາບ: AFP/TTXVN)

ພາຍຫລັງການແຫ່ຂະບວນປະທ້ວງເຄັ່ງຕຶງມາເປັນເວລາ 1 ວັນຂອງຂະບວນການ “ເສື້ອເຫຼືອງ”, ພ້ອມດ້ວຍການຜັນຂະຫຍາຍບັນດາກຳລັງຕຳຫລວດຢູ່ໃນລະດັບສູງສຸດ ເພື່ອແນໃສ່ສະກັດກັ້ນກົນອຸບາຍກໍ່ຄວາມຈະລາຈົນວຸ້ນວາຍຈາກພວກຫົວຮຸນແຮງຢ່າງທັນການ. ທ່ານນາຍົກລັດຖະມົນຕີ ຝຣັ່ງ Edouard Philippe ໄດ້ມີບົດກ່າວຄຳເຫັນຕໍ່ໜ້າມວນຊົນໃນທັນທີ. ຕາມທ່ານແລ້ວ, ອຳນາດການປົກຄອງຍັງຄົງຮັກສາຄວາມລະມັດລະວັງ ແລະ ບັນດາກຳລັງປ້ອງກັນຄວາມສະຫງົບຄວາມເປັນລະບຽບຮຽບຮ້ອຍຢູ່ Paris ແລະ ທ້ອງຖິ່ນຕ່າງໆອື່ນອີກ.

        ທ່ານນາຍົກລັດຖະມົນຕີ Edouard Philippe ໄດ້ຕາງໜ້າລັດຖະບານຂອບໃຈ “ທຸກຄົນທີ່ມີຄຳຮຽກຮ້ອງຄວນໃຈເຢັນໃນອາທິດນີ້”, ໃນນັ້ນ ມີການນຳບັນດາພັກການເມືອງ ແລະ ບັນດາອົງການຈັດຕັ້ງກຳມະບານ. ທ່ານກໍ່ນັ້ນໜັກວ່າ: “ແມ່ນຮອດຈຸດເວລາເພື່ອດຳເນີນເຈລະຈາ, ເລີ່ມຕົ້ນຈາກການໂຕ້ເວທີຢູ່ສະພາຕ່ຳ ແລະ ສະພາສູງ, ບັນດາການພົບປະກັບຜູ້ຕາງໜ້າຂະບວນການ “ເສື້ອເຫຼືອງ” ຢູ່ສຳນັກງານນາຍົກລັດຖະມົນຕີ”.

ຕອບກັບ