ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄປຢ້ຽມຢາມ, ອວຍພອນບັນດາຜູ້ມີຍົດຖາບັນດາສັກ, ຊາວຄຼິດ

Chia sẻ
(VOVWORLD) -  ຕອນບ່າຍວັນທີ 17 ທັນວາ, ທ່ານນາງຮອງປະທານປະເທດ ຫວຽດນາມ ດັ້ງທິງອັກທິ້ງ ໄດ້ລົງຢ້ຽມຢາມ ແລະ ອວຍພອນບັນດາຜູ້ມີຍົດຖາບັນດາສັກ, ຊາວຄຼິດຢູ່ສຳນັກສັງຄະລາດຊາວຄຼິດ ແທັງຮ໊ວາ ເນື່ອງໃນໂອກາດວັນບຸນຄິຼດສະມາດ 2019. 
ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄປຢ້ຽມຢາມ, ອວຍພອນບັນດາຜູ້ມີຍົດຖາບັນດາສັກ, ຊາວຄຼິດ - ảnh 1 ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ໄປຢ້ຽມຢາມ, ອວຍພອນບັນດາຜູ້ມີຍົດຖາບັນດາສັກ, ຊາວຄຼິດ (ພາບ: TTXVN)

ນະທີ່ນີ້, ທ່ານນາງໄດ້ອວຍພອນຫົວໜ້າສຳນັກສັງຄະລາດຊາວຄຼິດ ແທັງຮ໊ວາ ຫງວຽນດຶກເກື່ອງ, ບັນດາຜູ້ມີຍົດຖາບັນດາສັກ ແລະ ຊາວຄຼິດມີວັນບຸນຄຼິດສະມາດທີ່ສະຫງົບສຸກ, ໄດ້ຮັບຜົນສຳເລັດຫລາຍຢ່າງຕື່ມອີກ, ທ່ານນາງຮອງປະທານປະເທດ ດັ້ງທິງອັກທິ້ງ ເນັ້ນໜັກວ່າ: ໃນໄລຍະຜ່ານມາ, ບັນດາການເຄື່ອນໄຫວສາສະໜາຢູ່ ຫວຽດນາມ, ສິດເສລີໃນການເຊື່ອຖືເຫລື້ອມໃສໄດ້ໃຫ້ຄວາມເຄົາລົບນັບຖືຈາກການນຳພັກ, ລັດ. ໂບດຫລາຍແຫ່ງໄດ້ຮັບການສ້ອມແປງບູລະນະ, ກໍ່ສ້າງໃໝ່ຢ່າງກ້ວາງຂວາງງາມຕາ. ບັນດາການເຄື່ອນໄຫວສາສະໜານັບມື້ນັບອຸດົມສົມບູນຫລາຍຮູບແບບ. ບັນດາສາສະໜາທັງໝົດລ້ວນແຕ່ມີຄວາມປອງດອງກໍ່ສ້າງບ້ານເກີດເມືອງນອນ, ປະເທດຊາດໃຫ້ຮັ່ງມີເຂັ້ມແຮງ.

ຕອບກັບ