ທ່ານນາງຫງວຽນທິ ກິມເງິນສິ້ນສຸດການ ຢ້ຽມຢາມແອດສະປາຍ
(vovworld)-ທ່ານນາງຫງວຽນທິກິມເງິນ ຢືນຢັນວ່າ: ການພົວພັນດ້ານການເມືອງ, ເສດຖະກິດ, ວັດທະນະທຳລະຫວ່າງສອງຝ່າຍໄດ້ພັດທະນາຢ່າງຈົບງາມ...
ປະເທດແອດສະປາຍ
(vovworld)- ໃນຂອບເຂດການຢ້ຽມຢາມແອດສະປາຍຢ່າງເປັນທາງການ, ທ່ານນາງຫງວຽນທິກິມເງິນ, ກຳມະການກົມການເມືອງ, ຮອງປະທານສະພາແຫ່ງຊາດຫວຽດນາມ ແລະ ບັນດາສະມາຊິກໃນຄະນະຜູ້ແທນຂັ້ນສູງຂອງສະພາແຫ່ງຊາດຫວຽດນາມ ໄດ້ມີການພົບປະກັບລັດຖະມົນຕີຜູ້ທີໜຶ່ງກະຊວງເສດຖະກິດແອດສະປາຍ ແລະ ລັດຖະມົນຕີຜູ້ທີໜຶ່ງກະຊວງການຕ່າງປະເທດແອດສະປາຍ. ທີ່ບັນດາການພົບປະ, ທ່ານນາງຮອງປະທານສະພາແຫ່ງຊາດຫງວຽນທິກິມເງິນ ຢືນຢັນວ່າ: ການພົວພັນດ້ານການເມືອງ, ເສດຖະກິດ, ວັດທະນະທຳລະຫວ່າງສອງຝ່າຍໄດ້ພັດທະນາຢ່າງຈົບງາມ ແລະ ຕ້ອງໄດ້ຮັບການຊຸກຍູ້ກ່ວາອີກເພື່ອສົມກັບຄວາມສາມາດບົ່ມຊ້ອນ ແລະ ກາລະໂອກາດຮ່ວມມືຂອງສອງປະເທດ. ທ່ານນາງຮອງປະທານສະພາແຫ່ງຊາດສະເໜີໃຫ້ແອດສະປາຍ ຖືຫວຽດນາມແມ່ນປະເທດໃຫ້ບຸລິມະສິດໃນການພັດທະນາກັບອາຊຽນ. ສ່ວນການນຳກະຊວງເສດຖະກິດ ແລະ ກະຊວງການຕ່າງປະເທດແອດສະປາຍ ໃຫ້ຮູ້ວ່າ: ບັນດາວິສາຫະກິດແອດສະປາຍ ມີຄວາມພຶງພໍໃຈເມື່ອມາລົງທຶນຢູ່ຫວຽດນາມ. ໃນໄລຍະຈະມາເຖິງ, ແອດສະປາຍ ປາດຖະໜາຢາກໃຫ້ມີບາດກ້າວພັດທະນາໃໝ່ໃນການປະຕິບັດບັນດາໂຄງການສອງຝ່າຍ, ຊຸກຍູ້ການຮ່ວມມືກັບຫວຽດນາມ ໃນຂົງເຂດຖ່າຍຖອດເຕັກໂນໂລຊີ, ພູມປັນຍາ, ສົ່ງເສີມການຮ່ວມມືລະຫວ່າງບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ.
ໃນໄລຍະຢູ່ຢ້ຽມຢາມແອດສະປາຍ, ທ່ານນາງຮອງປະທານສະພາແຫ່ງຊາດ ຫງວຽນທິກິມເງິນ ຍັງມີການພົບປະກັບການນຳສະພາແຫ່ງຊາດ, ອຳນາດການປົກຄອງເຂດ Andalucia ແລະ ນະຄອນ Sevilla, ໄປຢ້ຽມຢາມສະຖານທູດຫວຽດນາມ ແລະ ແອດສະປາຍ.