ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນສຳເລັດການຢ້ຽມຢາມລາວຢ່າງຈົບງາມ

Chia sẻ
(VOVWORLD) -ຕອນຄ່ຳວັນທີ 29 ກັນຍາທ່ານນາງຫງວຽນທິກີມເງິນປະທານສະພາແຫ່ງຊາດຫວຽດນາມໄດ້ເດີນທາງກັບຄືນນະຄອນຫຼວງຮ່າໂນ້ຍແລະສຳເລັດການເດີນທາງຢ້ຽມຢາມລາວແຕ່ວັນທີ 26-29 ກັນຍາຢ່າງຈົບງາມ.

ຕອຍບ່າຍວັນທີ 29 ກັນຍາທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນໄດ້ໄປຢ້ຽມຢາມແລະເຮັດວຽກທີ່ ສະຖານທູດຫວຽດນາມປະຈຳ ສປປ.ລາວກ່ອນເດີນທາງກັບຄືນຫວຽດນາມ.

ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນສຳເລັດການຢ້ຽມຢາມລາວຢ່າງຈົບງາມ - ảnh 1 ທ່ານນາງຫງວຽນທິເກີມເງິນໄດ້ພົບປະແລກປ່ຽນຄຳຄິດເຫັນກັບທ່ານບຸນຍັງວໍລະຈິດເລຂາທິການໃຫ່ຍ, ປະເທດປະເທດແຫ່ງ ສປປ.ລາວ

ໃນໄລຍະເວລາທີ່ຢ້ຽມຢາມລາວ, ທ່ານນາງຫງວຽນທິເກີມເງິນໄດ້ພົບປະແລກປ່ຽນຄຳຄິດເຫັນກັບທ່ານບຸນຍັງວໍລະຈິດເລຂາທິການໃຫ່ຍ, ປະເທດປະເທດແຫ່ງ ສປປ.ລາວ; ພົບປະແລກປ່ຽນຄຳຄິດເຫັນກັບທ່ານທອງລຸນ ສີສຸລິດ ນາຍົກລັດຖະມົນຕີແຫ່ງ ສປປ.ລາວ; ເດີນທາງໄປຢ້ຽມຢາມແລະ ເຮັດວຽກຢູ່ ແຂວງວຽງຈັນ. ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນແລະທ່ານນາງປະທານສະພາແຫ່ງຊາດ ລາວ ປານີ ຢາທໍ່ຕູ້ ໄດ້ຮ່ວມກັນເປັນປະທານກອງປະຊຸມສຳມະນາວ່າດ້ວຍຫົວຂໍ້ “ນະໂຍບາຍກົດໝາຍວ່າດ້ວຍການສຶກສາວິຊາຊີບ ແລະການແກ້ໄຂດ້ານວຽກເຮັດງານທຳ” ແລະ “ວຽກງານສົມທົບກັນແກ້ໄຂການຮ້ອງທຸກ, ຮ້ອງຟ້ອງລະຫວ່າງບັນດາສຳນັກງານ ສະພາແຫ່ງຊາດແລະລັດຖະບານ, ກະຊວງ, ຂະແໜງການທີ່ກ່ຽວຂ້ອງ”. ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນ ກໍ່ໄດ້ລົງກວດກາຄວາມຄືບໜ້າການປະຕິບັດໂຄງການກໍ່ສ້າງຫໍສະພາແຫ່ງຊາດລາວ ທີ່ພວມດຳເນີນການກໍ່ສ້າງຢູ່ ນະຄອນຫຼວງວຽງຈັນ; ພົບປະບັນດາພະນັກງານ, ກຳມະກອນແມ່ທັບ 11, ກະຊວງປ້ອງກັນປະເທດຫວຽດນາມ.

ຕອບກັບ