ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນຕ້ອນຮັບຜູ້ອຳນວຍການແຫ່ງຊາດທະນາຄານໂລກປະຈຳ ຫວຽດນາມ

Chia sẻ
(VOVWORLD) - ຕອນບາ່ຍວັນທີ 11 ພະຈິກ, ທີ່ ຫໍສະພາແຫ່ງຊາດຫວຽດນາມ, ທ່ານນາງຫງວຽນທິກີມເງິນປະທານສະພາແຫ່ງຊາດຫວຽດນາມໄດ້ໃຫ້ການຕ້ອນຮັບທ່ານ OusmaneDione ຜູ້ອຳນວຍການແຫ່ງຊາດທະນາຄານໂລກ (WB) ປະຈຳຫວຽດນາມ.
ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນຕ້ອນຮັບຜູ້ອຳນວຍການແຫ່ງຊາດທະນາຄານໂລກປະຈຳ ຫວຽດນາມ - ảnh 1ທ່ານນາງຫງວຽນທິກີມເງິນປະທານສະພາແຫ່ງຊາດຫວຽດນາມໄດ້ໃຫ້ການຕ້ອນຮັບທ່ານ OusmaneDione ຜູ້ອຳນວຍການແຫ່ງຊາດທະນາຄານໂລກ (WB) ປະຈຳຫວຽດນາມ (ພາບ: quochoi.vn)

 ທ່ານນາງປະທານສະພາແຫ່ງຊາດຫວຽດນາມໄດ້ຕີລາຄາສູງຕໍ່ບົດບາດຂອງທະນາຄານໂລກ (WB)ໃນການຮ່ວມມືຮອບດ້ານກັບຫວຽດນາມແລະໄດ້ມີການປະກອບສ່ວນຫຼາຍຢ່າງໃຫ້ແກ່ການພັດທະນາຂອງຫວຽດນາມໃນໄລຍະທີ່ຜ່ານມາ; ທ່ານເຊື່ອໝັ້ນວ່າ, ທະນາຄານໂລກ (WB) ຈະສືບຕໍ່ຮ່ວມກັນກັບສະພາແຫ່ງຊາດຫວຽດນາມໃນວຽກງານການກໍ່ສ້າງແລະຕິດຕາມກວດກາ ການປະຕິບັດບັນດານະໂຍບາຍຕໍ່ກັບເຂດຊົນເຜົ່າສ່ວນໜ້ອຍ. ທ່ານຜູ້ອຳນວຍການ OusmaneDione ຖືວ່າຫວຽດນາມຈະກາຍເປັນແບບຢ່າງໃຫ້ແກ່ບັນດາປະເທດກຳລັງພັດທະນາ ແລະ ສາມາດບັນລຸໄດ້ເປົ້າໝາຍພັດທະນາກວມລວມຢ່າງສົມບູນໃຫ້ແກ່ປະຊາຊົນທຸກທົ່ວໜ້າ.

    ທ່ານນາງປະທານສະພາແຫ່ງຊາດຫວຽດນາມຫງວຽນທິກີມເງິນ ແລະ ທ່ານຜູ້ອຳນວຍການ OusmaneDione ໄດ້ແລກປ່ຽນບາງບັນຫາທີ່ກ່ຽວຂ້ອງເຖິງການເຮັດສຳເລັດກອບນິຕິກຳກ່ຽວກັບການສ້າງຕະຫຼາດຫຼັກຊັບ, ພັດທະນາຕະຫຼາດທຶນຮອນ, ຊຸກຍູ້ການຮ່ວມມືໃນຮູບການຄູ່ຮ່ວມມືລະຫວ່າງພາກລັດແລະເອກະຊົນ, ບັນດາມາດຕະຊຸກຍູ້ການລະດົມທຶນໃຫ້ແກ່ບັນດາໂຄງການຂະແໜງໄຟຟ້າ, ບັນດາຄວາມຫຍຸ້ງຍາກ, ສິ່ງທ້າທາຍແລະບັນດາບັນຫາທີ່ຈຳເປັນຕ້ອງແກ້ໄຂເພື່ອການພັດທະນາແບບຍືນຍົງຂອງເຂດທົ່ງພຽງແມ່ນນ້ຳຂອງ, ແກ້ໄຂສະພາບການເບີກຈ່າຍເງິນລົງທຶນພາກລັດທີ່ຊັກຊ້າ./.

ຕອບກັບ