ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ​ເຄື່ອນ​ໄຫວຢ້ຽມ​ຢາມ ແຂວງ ວຽງ​ຈັນ (ປະ​ເທດ ລາວ)

Chia sẻ
(VOVWORLD) - ໂດຍສືບຕໍ່ບັນດາການເຄື່ອນໄຫວໃນຂອບເຂດການຢ້ຽມຢາມລາວ, ຕອນເຊົ້າວັນທີ 28 ກັນຍາ, ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມ ຫງວຽນທິກິມເງິນ ໄດ້ໄປຢ້ຽມຢາມແຂວງ ວຽງຈັນ. 
ທ່ານ​ນາງ​ປະ​ທານ​ສະ​ພາ​ແຫ່ງ​ຊາດ ຫວຽດ​ນາມ ຫງວຽນ​ທິ​ກິມ​ເງິນ​ເຄື່ອນ​ໄຫວຢ້ຽມ​ຢາມ ແຂວງ ວຽງ​ຈັນ (ປະ​ເທດ ລາວ) - ảnh 1ທ່ານນາງປະທານສະພາແຫ່ງຊາດ ຫວຽດນາມອ ຫງວຽນທິກິມເງິນເຮັດວຽກກັບທ່ານເລຂາຄະນະພັກແຂວງ ວຽກຈັນ 

ທ່ານນາງປະທານສະພາແຫ່ງຊາດສະແດງຄວາມພາກພູມໃຈເມື່ອໄດ້ນຳໜ້າຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ຫວຽດນາມ ໄປຢ້ຽມຢາມ ລາວ, ແຂວງ ວຽງຈັນແລະ ບາງທ້ອງຖິ່ນ ທີ່ມີທີ່ຕັ້ງຍຸດທະສາດສຳຄັນເຊື່ອມຕໍ່ລະຫວ່າງນະຄອນຫຼວງ ວຽງຈັນ ກັບບັນດາແຂວງທາງພາກເໜືອ ແລະ ພາກກາງລາວ… ທ່ານນາງ ຫງວຽນທິກິມເງິນຕີລາຄາສູງຜົນງານຂອງການຮ່ວມມື, ໜູນຊ່ວຍເຊິ່ງກັນແລະ ກັນລະຫວ່າງແຂວງວຽງຈັນກັບ ບັນດາທ້ອງຖິ່ນ ຂອງ ຫວຽດນາມ ໃນໄລຍະທີ່ຜ່ານມາ ແລະ ຫວັງວ່າໃນໄລຍະຈະມາເຖິງ, ແຂວງວຽງຈັນຈະສືບຕໍ່ເປີດກ້ວາງ ແລະ ຍົກສູງປະສິດທິຜົນໃນການຮ່ວມມືກັບບັນດາແຂວງ, ນະຄອນ ຂອງ ຫວຽດນາມ, ເປັນຕົ້ນແມ່ນການຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ພັດທະນາແຫຼ່ງຊັບພະຍາກອນມະນຸດ, ແລກປ່ຽນ ບົດຮຽນກ່ຽວກັບວຽກງານກໍ່ສ້າງພັກ, ຄຸ້ມຄອງເສດຖະກິດ, ເພີ່ມທະວີການຮ່ວມມືລົງທຶນ, ການຄ້າ, ການທ່ອງທ່ຽວ, ກະສິກຳ, ກໍ່ສ້າງຊົນນະບົດໃໝ່, ຊ່ວຍກັນລົບລ້າງຄວາມທຸກຍາກ…

ຕອບກັບ